ລັດດາວັນ ຜ້າໄຫມລາວ Latdavanh Lao Silk

ລັດດາວັນ ຜ້າໄຫມລາວ  Latdavanh Lao Silk ສະບາຍດີ 🇱🇦 ຕົ້ນໄມ້ພັນປີນາລີສີງາມ ນຸ່ງຜ້າລາວໃສ່ຜ້າສິ້ນ ງາມວິທີຖິ່ນ ເອກະລັກລາວ🙏🏻

ງາມເດ ຜ້າຕຸມຝ້າຍ ຟ້າ ຫລື ບົວ ໃຫ້ຄວາມອ່ອນຫວານ ລະມຸມ ທັງ2 💙💕🌸  #ລູກຄ້າບອກວ່າເລືອກຢາກນະເພາະສີໃດກາຕົງໃຈ❤️
12/09/2026

ງາມເດ ຜ້າຕຸມຝ້າຍ ຟ້າ ຫລື ບົວ ໃຫ້ຄວາມອ່ອນຫວານ ລະມຸມ ທັງ2 💙💕🌸 #ລູກຄ້າບອກວ່າເລືອກຢາກນະເພາະສີໃດກາຕົງໃຈ❤️

New🇱🇦🎉 ຂອງຝາກ ແລະ ຂອງທີ່ລະນຶກ ອັນຊົງຄຸນຄ່າຈາກນະຄອນຫຼວງວຽງຈັນ ✨ຂໍນຳສະເໜີຊຸດຂອງຝາກທີ່ລະນຶກ ທີ່ຖ່າຍທອດເອກະລັກ ແລະ ຄວາມງົດງາ...
12/09/2026

New🇱🇦🎉
ຂອງຝາກ ແລະ ຂອງທີ່ລະນຶກ ອັນຊົງຄຸນຄ່າຈາກນະຄອນຫຼວງວຽງຈັນ ✨

ຂໍນຳສະເໜີຊຸດຂອງຝາກທີ່ລະນຶກ ທີ່ຖ່າຍທອດເອກະລັກ ແລະ ຄວາມງົດງາມຂອງລາວ ຜ່ານລວດລາຍ ພະທາດຫຼວງວຽງຈັນ ແລະ ຈອກແກ້ວ ທີ່ປານີດງົດງາມ

ປະກອບມີຜະລິດຕະພັນງານເຊຣາມິກ ແລະ ຂອງປະດັບຕັ້ງໂຕະຮູບພະທາດຫຼວງ ທີ່ສາມາດນຳໃຊ້ໄດ້ຢ່າງຫຼາກຫຼາຍ ເຊັ່ນ ໃສ່ນາມບັດ, ໃສ່ບິກ ແລະ ປະດັບເທິງໂຕະເຮັດວຽກ ເພີ່ມຄວາມສະຫງ່າງາມ ແລະ ສະທ້ອນເຖິງເອກະລັກອັນຊົງຄຸນຄ່າຂອງລາວ

ເໝາະສຳລັບເປັນ ຂອງຝາກ, ຂອງທີ່ລະນຶກ, ຂອງຂວັນສຳລັບແຂກຄົນສຳຄັນ, ຜູ້ໃຫຍ່ ຫຼື ຄູ່ຮ່ວມງານ ໃນໂອກາດພິເສດຕ່າງໆ

🎁 ຂອງຂວັນທີ່ບໍ່ພຽງແຕ່ງົດງາມ ແຕ່ຍັງເປັນຕົວແທນແຫ່ງຄວາມຊົງຈຳ ແລະ ເອກະລັກອັນງົດງາມຂອງນະຄອນຫຼວງວຽງຈັນ🇱🇦
#ຂອງຝາກຈາກລາວ #ຄິດຫາຂອງຝາກຂອງຕ້ອນຄິດຫາຮ້ານລັດດາວັນຜ້າໄຫມລາວ

11/09/2026

✨ ຄວາມງາມຂອງຜ້າໄໝລາວ ບໍ່ໄດ້ຢູ່ພຽງແຕ່ລວດລາຍ
ແຕ່ຢູ່ໃນລາຍຜ້າຂາວມ້າ ລວດລາຍແຫ່ງວິຖີຊີວິດ ທີ່ຖືກຕ່ຳກາຍເປັນຄວາມງາມ💙🧵
ລາຍຜ້າຂາວມ້າ ເປັນລວດລາຍທີ່ຊວນໃຫ້ຫວນຄິດເຖິງຄວາມຮຽບງ່າຍ ຄວາມອົບອຸ່ນ ແລະ ວິຖີຊີວິດອັນຜູກພັນກັບຜືນຜ້າຂອງຄົນລາວແຕ່ຄັ້ງເກົ່າກ່ອນ

ຈາກລວດລາຍທີ່ຄຸ້ນຕາ ຖືກນຳມາຕ່ຳໃໝ່ຢ່າງປານີດ ດ້ວຍ ເສັ້ນໄໝຄຳ ແລະ ໄໝເງິນ ເຮັດໃຫ້ຜ້າບ່ຽງຜືນນີ້ ມີທັງກິ່ນອາຍຂອງຄວາມດັ້ງເດີມ ແລະ ຄວາມສະຫງ່າງາມຮ່ວມສະໄໝ💙🧵🇱🇦
#ຜ້າບ່ຽງທ່ານຊາຍ #ໂທນສີພິເສດມາຄົບຈົບທີ່ຮອບນີ້🤍❤️💙🇱🇦 #ຜ້າໄຫມ

ສືບສານປະເພນີລາວ ໃສ່ບາດບຸນຫໍ່ເຂົ້າປະດັບດິນ🙏🏻🙏🏻🙏🏻 #ລັດດາວັນຜ້າໄຫມລາວ
11/09/2026

ສືບສານປະເພນີລາວ ໃສ່ບາດບຸນຫໍ່ເຂົ້າປະດັບດິນ🙏🏻🙏🏻🙏🏻
#ລັດດາວັນຜ້າໄຫມລາວ

ຂອບໃຈລູກຄ້າ ທີ່ໄວ້ວາງໃຈເລືອກ “ຊຸດຂອງຂວັນແທນໃຈ” ຈາກຮ້ານລັດດາວັນຜ້າໄຫມລາວ ເພື່ອມອບເປັນຂອງຂວັນວັນເກີດໃຫ້ແກ່ແມ່ 💐🤍ເປັນຂອງຂວັ...
10/09/2026

ຂອບໃຈລູກຄ້າ ທີ່ໄວ້ວາງໃຈເລືອກ “ຊຸດຂອງຂວັນແທນໃຈ” ຈາກຮ້ານລັດດາວັນຜ້າໄຫມລາວ ເພື່ອມອບເປັນຂອງຂວັນວັນເກີດໃຫ້ແກ່ແມ່ 💐🤍

ເປັນຂອງຂວັນທີ່ໜ້າຮັກ ແລະ ມີຄວາມໝາຍຫຼາຍ ເພາະບໍ່ພຽງແຕ່ເປັນສິ່ງຂອງທີ່ມອບໃຫ້ກັນ ແຕ່ຍັງເປັນຕົວແທນຂອງ ຄວາມຮັກ ຄວາມກະຕັນຍູ ແລະ ຄວາມຫ່ວງໃຍຈາກລູກສູ່ແມ່ ❤️

ທາງຮ້ານຕັ້ງໃຈຈັດກຽມທຸກລາຍລະອຽດດ້ວຍຄວາມປານີດ ເພື່ອໃຫ້ຂອງຂວັນຊຸດນີ້ ເປັນອີກໜຶ່ງຄວາມຊົງຈຳອັນງົດງາມໃນວັນພິເສດ❤️🎁

ຂໍອວຍພອນໃຫ້ແມ່ມີສຸຂະພາບແຂງແຮງ ອາຍຸໝັ້ນຂວັນຍືນ ມີແຕ່ຄວາມສຸກ ແລະ ຮອຍຍິ້ມໃນທຸກໆມື້ 🌷

ເພາະຂອງຂວັນທີ່ມີຄ່າທີ່ສຸດ ຄືຂອງຂວັນທີ່ເລືອກມອບດ້ວຍຫົວໃຈ🎁❤️
#ຊຸດຂອງຂັວນແທນໃຈ 🎁🎁🎁

ຜ້າຝ້າຍລາຍນ້ຳໄຫຼລ ລາຍເພັດ ງານຫັດຖະກຳຕ່ຳດ້ວຍມື 🧵✨ຜ້າຝ້າຍທີ່ງົດງາມດ້ວຍລວດລາຍນ້ຳໄຫຼລ ແລະ ລາຍເພັດ ສະທ້ອນເຖິງສີມື ແລະ ພູມປັນຍ...
10/09/2026

ຜ້າຝ້າຍລາຍນ້ຳໄຫຼລ ລາຍເພັດ ງານຫັດຖະກຳຕ່ຳດ້ວຍມື 🧵✨

ຜ້າຝ້າຍທີ່ງົດງາມດ້ວຍລວດລາຍນ້ຳໄຫຼລ ແລະ ລາຍເພັດ ສະທ້ອນເຖິງສີມື ແລະ ພູມປັນຍາຂອງຊ່າງຫັດຖະກຳລາວ ທຸກຜືນຕ່ຳດ້ວຍຄວາມປານີດ ໃສ່ໃຈໃນທຸກລາຍລະອຽດ.

ເນື້ອຜ້າຝ້າຍນຸ່ມ ສະບາຍ ແລະ ສາມາດນຳໃຊ້ໄດ້ຫຼາກຫຼາຍ — ຈະຕຸ້ມເປັນຜ້າໂຊວງາມໆ, ພາດບ່າເປັນຜ້າບ່ຽງ, ຫົ່ມໃຫ້ຄວາມອົບອຸ່ນ ຫຼື ນຳໄປຕຽງເພື່ອປະດັບເຮືອນກໍງົດງາມ.

ຜືນດຽວ ແຕ່ໃຊ້ປະໂຫຍດໄດ້ຫຼາຍຮູບແບບ ພ້ອມຄຸນຄ່າຂອງງານຫັດຖະກຳລາວ ທີ່ງາມຢ່າງມີເອກະລັກ. 🤍

ຄິດຫາຜ້າຝ້າຍງາມໆ ຄິດຫາ ລັດດາວັນຜ້າໄຫມລາວ ✨
#ຜ້າຝ້າຍເມືອງຫລວງພະບາງ

10/09/2026

ອັບເດດຊຸດຜ້າໄໝຫຼາບ ງາມສະຫງ່າ ແລະ ປານີດໃນທຸກລາຍໂຄມດອກແກ້ວ ✨

ຊຸດຜ້າໄໝຫຼາບ ຜົນງານຫັດຖະກຳທີ່ສະທ້ອນເຖິງຄວາມປານີດຂອງການຕ່ຳຜ້າແບບລາວ ລວດລາຍລະອຽດງົດງາມ ທຸກເສັ້ນໄໝຖືກຈົກສັນຂຶ້ນດ້ວຍຄວາມໃສ່ໃຈ❤️

ມາພ້ອມ ຜ້າບ່ຽງພື້ນໃຫຍ່ ທີ່ເຂົ້າຊຸດໄດ້ຢ່າງລົງຕົວ ເມື່ອນຸ່ງຄູ່ກັນແລ້ວຍິ່ງເພີ່ມຄວາມສະຫງ່າ ອ່ອນຫວານ ແລະ ຄົງໄວ້ເຊິ່ງເອກະລັກຄວາມງາມຂອງແມ່ຍິງລາວ🇱🇦

ເໝາະສຳລັບນຸ່ງໃນງານບຸນ, ງານມຸງຄຸນ, ງານສຳຄັນ ຫຼື ໂອກາດພິເສດຕ່າງໆ 🌸

ຜ້າໄໝງາມໆ ບໍ່ໄດ້ມີພຽງຄວາມງາມໃນລວດລາຍ ແຕ່ຍັງເປັນຄຸນຄ່າຂອງສີມືລາວທີ່ຄວນຄ່າແກ່ການຄອບຄອງ.

ສົນໃຈຊຸດໃໝ່ ສາມາດສອບຖາມ ຫຼື ເຂົ້າມາເລືອກຊົມໄດ້ທີ່ ຮ້ານລັດດາວັນຜ້າໄໝລາວ 💛
#ຊຸດໄຫມລາວ #ຮ່ວມສືບສານປະເພນີລາວ

✨ ຄວາມງາມຜ້າໄຫມໃໝ່ ທີ່ສືບສານຈາກພູມປັນຍາລາວ ✨ສິ້ນໃໝ່ລ່າສຸດ ມາພ້ອມກັບ ຜ້າບ່ຽງຜືນໃຫຍ່ ລາຍລາວຈົກໄໜຄຳ ງານຕ່ຳມືຫັດຖະກຳອັນປານີດ...
09/09/2026

✨ ຄວາມງາມຜ້າໄຫມໃໝ່ ທີ່ສືບສານຈາກພູມປັນຍາລາວ ✨

ສິ້ນໃໝ່ລ່າສຸດ ມາພ້ອມກັບ ຜ້າບ່ຽງຜືນໃຫຍ່ ລາຍລາວຈົກໄໜຄຳ ງານຕ່ຳມືຫັດຖະກຳອັນປານີດຂອງຊາວລາວ🤍

🌿 ສິ້ນງາມ ຄູ່ຜ້າບ່ຽງງາມ
ຍິ່ງນຸ່ງຄູ່ກັນ ຍິ່ງສະທ້ອນຄວາມສະຫງ່າ ແລະ ສະເໜ່ຂອງແມ່ຍິງລາວ 🇱🇦

ທຸກເສັ້ນໄໝ ທຸກລວດລາຍ ຖືກຕ່ຳດ້ວຍຄວາມຊຳນານ ແລະ ຄວາມໃສ່ໃຈ ສືບທອດສີມືຈາກລຸ້ນສູ່ລຸ້ນ ຈົນກາຍເປັນຜືນຜ້າທີ່ມີທັງຄວາມງາມ ຄຸນຄ່າ ແລະ ເອກະລັກຂອງຄວາມເປັນລາວ🇱🇦🧵

ງານໃໝ່ພ້ອມແລ້ວ ສຳລັບທ່ານທີ່ຮັກໃນຄວາມງາມຂອງຜ້າລາວ ແລະ ເຫັນຄຸນຄ່າຂອງງານຫັດຖະກຳຕ່ຳມື 🙌
#ຊຸດໄຫມຫຼາບ ຮ້ານລັດດາວັນຜ້າໄຫມລາວ
#ໄໜຄຳ

ອັບເດດ ລາຍຜ້າຕຸມຝ້າຍ ປະຈຳວັນ 💙🧵 ✨ ຜ້າຕຸ້ມຝ້າຍ ຜືນດຽວ…ສວມໃສ່ໄດ້ຫຼາກຫຼາຍຮູບແບບ 🥰ຄວາມພິເສດຂອງຜ້າຕຸ້ມຝ້າຍ ບໍ່ໄດ້ມີພຽງຄວາມງາມ...
08/09/2026

ອັບເດດ ລາຍຜ້າຕຸມຝ້າຍ ປະຈຳວັນ 💙🧵

✨ ຜ້າຕຸ້ມຝ້າຍ ຜືນດຽວ…ສວມໃສ່ໄດ້ຫຼາກຫຼາຍຮູບແບບ 🥰

ຄວາມພິເສດຂອງຜ້າຕຸ້ມຝ້າຍ ບໍ່ໄດ້ມີພຽງຄວາມງາມຂອງລວດລາຍເທົ່ານັ້ນ ແຕ່ຍັງເປັນຜ້າທີ່ສາມາດນຳມາສວມໃສ່ໄດ້ສາລະພັດປະໂຫຍດ
ຈະ ຕຸ້ມ, ຫົ່ມ, ພາດບ່າ ຫຼື ຈັດເປັນຜ້າໂຊວ ກໍງົດງາມ ແລະ ເໝາະສົມໃນຫຼາຍໂອກາດ. ເນື້ອຜ້າຝ້າຍອ່ອນນຸ່ມ ສວມໃສ່ສະບາຍ ພ້ອມສະທ້ອນສະເໜ່ຂອງລວດລາຍ🇱🇦✨

ຜືນດຽວຄຸ້ມຄ່າ ໃຊ້ໄດ້ຫຼາຍແບບ ຈະຊື້ໄວ້ໃຊ້ເອງ ຫຼື ມອບເປັນຂອງຝາກກໍປະທັບໃຈ 💝

ຄິດຫາຜ້າງາມໆ ຄິດຫາ “ລັດດາວັນຜ້າໄຫມລາວ”
ງາມຢ່າງມີຄຸນຄ່າ ຜືນດຽວຄູ່ໃຈໄດ້ຫຼາຍໂອກາດ 🎁

🙏🏻✨ ຂໍຂອບໃຈລູກຄ້າຄົນພິເສດ ທີ່ໄວ້ວາງໃຈ ແລະ ເລືອກ ຊຸດຜ້າຕຸ້ມຝ້າຍ ລວດລາຍບູຮານຄລາສສິກ ຈາກຮ້ານລັດດາວັນຜ້າໄຫມລາວ ເພື່ອນຳໄປເປັນ...
08/09/2026

🙏🏻✨ ຂໍຂອບໃຈລູກຄ້າຄົນພິເສດ ທີ່ໄວ້ວາງໃຈ ແລະ ເລືອກ ຊຸດຜ້າຕຸ້ມຝ້າຍ ລວດລາຍບູຮານຄລາສສິກ ຈາກຮ້ານລັດດາວັນຜ້າໄຫມລາວ ເພື່ອນຳໄປເປັນຂອງຝາກອັນມີຄຸນຄ່າ ໃນໂອກາດເດີນທາງສູ່ປະເທດຈີນ 🇱🇦✈️🇨🇳

ຜ້າຕຸ້ມຝ້າຍແຕ່ລະຜືນ ບໍ່ພຽງແຕ່ເປັນຂອງຝາກ ແຕ່ຍັງເປັນຕົວແທນແຫ່ງຄວາມງົດງາມ ແລະ ໃສ່ໃຈໃນທຸກລາຍລະອຽດ ❤️

ຄິດຫາຂອງຝາກທີ່ມີຄຸນຄ່າ ຄິດຫາ ລັດດາວັນຜ້າໄຫມລາວ
ພ້ອມຈັດກຽມຂອງຝາກດ້ວຍຄວາມປານີດ ເພື່ອສົ່ງຕໍ່ຄວາມປະທັບໃຈຈາກລາວສູ່ຜູ້ຮັບ 💝🇱🇦

ຂອບໃຈທຸກຄວາມໄວ້ວາງໃຈ ທີ່ໃຫ້ລັດດາວັນຜ້າໄຫມລາວ ໄດ້ເປັນສ່ວນໜຶ່ງຂອງຂອງຝາກອັນພິເສດໃນທຸກການເດີນທາງ. ✨

Address

Vientiane

Website

Alerts

Be the first to know and let us send you an email when ລັດດາວັນ ຜ້າໄຫມລາວ Latdavanh Lao Silk posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category