12/08/2026
[English text below]
ຂໍສະແດງຄວາມອາໄລຮັກຢ່າງສຸດຊຶ້ງ 🕯️ 🕊️
ເມື່ອວັນທີ່ 11 ສິງຫາ 2026, ຄະນະຜູ້ບໍລິຫານ ແລະ ພະນັກງານ ບໍລິສັດ ເບຍລາວ ຈຳກັດ ນຳໂດຍທ່ານ ກິດສະໜາ ວົງໄຊ ປະທານສະພາຜູ້ບໍລິຫານ ໄດ້ເຂົ້າຮ່ວມວາງພວງມາລາ, ຮ່ວມພິທີທາງສາສະໜາ ແລະ ເຊັນປຶ້ມໄວ້ອາໄລ ເພື່ອສະແດງຄວາມເຄົາລົບ ແລະ ສະແດງຄວາມອາໄລຮັກຢ່າງສຸດຊຶ້ງ ຕໍ່ການຈາກໄປຢ່າງສະຫງົບຂອງ ພະນະທ່ານ ໄຊສົມພອນ ພົມວິຫານ, ກຳມະການກົມການເມືອງສູນກາງພັກ, ປະທານສະພາແຫ່ງຊາດ ແຫ່ງ ສປປ ລາວ.
ຕະຫຼອດຊີວິດທີ່ຜ່ານມາ, ທ່ານ ໄດ້ອຸທິດສະຕິປັນຍາ, ເຫື່ອແຮງ ແລະ ຜົນງານອັນໃຫຍ່ຫຼວງຢ່າງບໍ່ຮູ້ອິດຮູ້ເມື່ອຍ ເພື່ອພາລະກິດຊາດ, ການບໍລິຫານວຽກງານນິຕິບັນຍັດ ແລະ ການພັດທະນາປະເທດຊາດດ້ວຍຄວາມຊື່ສັດບໍລິສຸດ.
ຂໍໃຫ້ດວງວິນຍານຂອງ ພະນະທ່ານ ໄຊສົມພອນ ພົມວິຫານ ຈົ່ງໄປສູ່ສຸຄະຕິ ໃນສວງສະຫວັນ, ຄຸນງາມຄວາມດີຂອງທ່ານ ຈະຍັງຄົງຈາລຶກໄວ້ຕະຫຼອດໄປ ແລະ ຂໍສະແດງຄວາມເສຍໃຈຢ່າງສຸດຊຶ້ງ ມາຍັງຄອບຄົວ, ຍາດຕິພີ່ນ້ອງ ຂອງພະນະທ່ານ ມານະໂອກາດນີ້ດ້ວຍ.......................
Deepest Condolences 🕯️ 🕊️
On August 11, 2026, the management and employees of Lao Brewery Company, led by Mr. Kissana Vongsay, Chairman of the Board, laid a wreath, attended the religious ceremony, and signed the book of condolences to pay our highest respects and express our deepest sorrow on the passing of His Excellency Dr. Xaysomphone Phomvihane, Member of the Politburo of the Lao People's Revolutionary Party Central Committee and President of the National Assembly of the Lao PDR.
Throughout his life, His Excellency tirelessly dedicated his intellect, wisdom, and immense contributions to the nation, the administration of legislative affairs, and the overall development of the country with utmost integrity and devotion.
May the soul of His Excellency Dr. Xaysomphone Phomvihane rest in eternal peace. His virtuous deeds will forever be remembered and cherished. We extend our deepest condolences and heartfelt sympathy to his family and loved ones during this time of loss.
#ອາໄລຮັກຢ່າງສຸດຊຶ້ງ #ບໍລິສັດເບຍລາວ #ສປປລາວ