ສວນຜັກລຸງບົວ Uncle Bua’s Farm

ສວນຜັກລຸງບົວ Uncle Bua’s Farm ສວນນ້ອຍໆເຕັມໄປດ້ວຍຜັກສົດ, ອໍແກນິກ ແລະຄວາມຕັ້ງໃຈດີທີ່ສົ່ງເຖິງທຸກຄອບຄົວ ສຸຂະພາບດີ… ເລີ່ມທີ່ສວນຜັກລຸງບົວ 🌱. Good health… starts at Uncle Bua’s Farm 🌱.

Our little garden is filled with fresh vegetables, organic produce, and good intentions for every family.

25/08/2026

🪴📸 #ສວນຜັກລຸງບົວ

20/08/2026

ເຊົ້າວັນໃໝ່ ກັບໜໍ່ໄມ້ຝຣັ່ງນ້ອຍໆ ໃນສວນ 🌱🌧️
ຄ່ອຍໆເຕີບໂຕ ຄ່ອຍໆແຕກຍອດ
ທ່າມກາງຄວາມງຽບສະຫງົບ ແລະຄວາມຂຽວຂອງສວນ 🌿

ບາງຄັ້ງ ຄວາມສຸກກໍງ່າຍໆພຽງເທົ່ານີ້…
ໄດ້ເຫັນສິ່ງທີ່ເຮົາປູກ ຄ່ອຍໆເຕີບໃຫຍ່ຂຶ້ນໃນແຕ່ລະມື້ 🤍🌱 #ສວນຜັກລຸງບົວ #ນໍ່ໄມ້ຝຣັ່ງ #ອໍແກນິກ 👉🏻ຝາກກົດຕິດຕາມຟາມລຸງບົວແນ່ເດີ້😊

🌱 ຈາກແປງຜັກເກົ່າ…ສູ່ແປງຜັກຮູບແບບໃໝ່ 🌿ແປງຜັກເກົ່າຂອງເຮົາເຮັດຈາກໄມ້ທັງໝົດ 🪵🥬 ເປັນຮູບແບບທີ່ງ່າຍ ແລະໃຊ້ງານໄດ້ດີໃນຊ່ວງທຳອິດ.....
15/08/2026

🌱 ຈາກແປງຜັກເກົ່າ…ສູ່ແປງຜັກຮູບແບບໃໝ່ 🌿

ແປງຜັກເກົ່າຂອງເຮົາເຮັດຈາກໄມ້ທັງໝົດ 🪵🥬 ເປັນຮູບແບບທີ່ງ່າຍ ແລະໃຊ້ງານໄດ້ດີໃນຊ່ວງທຳອິດ.. ແຕ່ເມື່ອໃຊ້ງານມາຫຼາຍປີ ໄມ້ເລີ່ມເສື່ອມສະພາບຈາກຄວາມຊຸ່ມ ແລະນ້ຳປຸ໋ຍໝັກທີ່ໄຫຼລົງສູ່ແປງຢູ່ເປັນປະຈຳ ຈຶ່ງເຖິງເວລາປັບປຸງໃໝ່.

ຄັ້ງນີ້ເຮົາເລືອກເຮັດແປງແບບມີຖານປູນ ແລະໃຊ້ວັດສະດຸທີ່ແຂງແຮງຂຶ້ນ ເພື່ອໃຫ້ທົນທານ ໃຊ້ງານໄດ້ດົນຂຶ້ນກວ່າເກົ່າ 🌿

ຄ່ອຍໆ ປັບ ຄ່ອຍໆ ພັດທະນາ ໃຫ້ສວນຂອງເຮົາດີຂຶ້ນໃນທຸກໆມື້ 💚 #ສວນຜັກລຸງບົວ #ອໍແກນິກ

14/08/2026

💚ຂຸດຮ່ອງແລ້ວໃສ່ຝຸ່ນບໍາລຸງດິນຕໍ່ໄປ🌱 #ສວນຜັກລຸງບົວ #ນໍ່ໄມ້ຝຣັ່ງ #ອໍແກນິກ

11/08/2026

Good weather makes farmers happy to work 😆😆 #ສວນຜັກລຸງບົວ #ນໍ່ໄມ້ຝຣັ່ງ #ອໍແກນິກ

☀️ ອັບເດດນໍ່ໄມ້ຝຣັ່ງ 🎍ຫຼັງຈາກຕັດກິ່ງມາໄດ້ເກືອບ 1 ອາທິດ 🌱ຕົ້ນເລີ່ມຟື້ນຕົວ ແລະ ມື້ນີ້ເລີ່ມຂຸດລ່ອງໃສ່ຝຸ່ນບຳລຸງກັນຕໍ່ 🌿💚ຄ່ອຍ...
11/08/2026

☀️ ອັບເດດນໍ່ໄມ້ຝຣັ່ງ 🎍
ຫຼັງຈາກຕັດກິ່ງມາໄດ້ເກືອບ 1 ອາທິດ 🌱
ຕົ້ນເລີ່ມຟື້ນຕົວ ແລະ ມື້ນີ້ເລີ່ມຂຸດລ່ອງໃສ່ຝຸ່ນບຳລຸງກັນຕໍ່ 🌿💚
ຄ່ອຍໆລອງ ຄ່ອຍໆຮຽນຮູ້ 😊 #ອໍແກນິກ #ນໍ່ໄມ້ຝຣັ່ງ #ສວນຜັກລຸງບົວ

31/07/2026

📍ອັບເດດນໍ່ໄມ້ຝຣັ່ງ 🍃

ຫຼັງຈາກລອງສຶກສາມາໄລຍະໜຶ່ງ ເຮົາຈຶ່ງຕັດສິນໃຈຕັດກິ່ງແກ່ຂອງນໍ່ໄມ້ຝຣັ່ງບາງສ່ວນອອກ ✂️🌱

ຈາກຂໍ້ມູນທີ່ໄດ້ມາ ຕົ້ນຄວນມີອາຍຸປະມານ 6 ເດືອນຂຶ້ນໄປ ແລະ ຄວນຕັດສະເພາະກິ່ງທີ່ແກ່ ຫຼື ເລີ່ມແຫ້ງເທົ່ານັ້ນ ເພາະກິ່ງທີ່ຍັງຂຽວຢູ່ຈະຊ່ວຍສັງເຄາະອາຫານ ແລະ ສະສົມອາຫານໄວ້ໃຫ້ຮາກໄດ້ 💚

ຢ່າງໃດກໍຕາມ ອັນນີ້ເປັນພຽງການລອງປູກ ແລະ ລອງດູແລດ້ວຍໂຕເອງເທົ່ານັ້ນ ຍັງບໍ່ກ້າຢືນຢັນວ່າເປັນວິທີທີ່ດີທີ່ສຸດ 100% 📖😊

ຖ້າຫຼັງຈາກນີ້ມີຜົນເປັນແນວໃດ ຈະມາອັບເດດໃຫ້ທຸກຄົນຕິດຕາມເປັນໄລຍະເດີ້ 🌿✨

ຜູ້ໃດເຄີຍລອງຕັດກິ່ງນໍ່ໄມ້ຝຣັ່ງແບບນີ້ ຫຼື ມີເຕັກນິກດີໆ ສາມາດແບ່ງປັນກັນໄດ້ເດີ້ 💚😊
#ສວນຜັກລຸງບົວ #ນໍ່ໄມ້ຝຣັ່ງ #ອໍແກນິກ

30/07/2026

ມໍນິ່ງ☀️ ຈາກສວນລຸງບົວ ກັບຫມາກຝາງອອ່ນພໍດີກິນແຊບ🤤 #ສວນຜັກລຸງບົວ #ອໍແກນິກ #ທຳມະຊາດ

Address

Vientiane

Alerts

Be the first to know and let us send you an email when ສວນຜັກລຸງບົວ Uncle Bua’s Farm posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share