Gogo Laos ຮັກສາ, ສືບສານ, ເຜີຍແຜ່ວັດທະນະທຳ, ປະເພນີ ຄວາມເຊື່ອ ແລະ ສາດສະໜາ ຂອງລາວ ແລະ ຈີນ
保护、传承和弘扬老挝与中国的文化、传统习俗、信仰及宗教 ລົງໂຄສະນາ 02077047262

ມຸມໜ້າຮັກຂອງຄົນ 7 ວັນ ທີ່ເຮັດໃຫ້ຄົນອື່ນ " ຕົກຫລຸມຮັກ " ໂດຍບໍ່ຮູ້ສຶກໂຕ 🤭 #ມຸມໜ້າຮັກຂອງຄົນ7ວັນ #ດວງຄວາມຮັກ #ດວງສະເໜ່
01/10/2026

ມຸມໜ້າຮັກຂອງຄົນ 7 ວັນ ທີ່ເຮັດໃຫ້ຄົນອື່ນ " ຕົກຫລຸມຮັກ " ໂດຍບໍ່ຮູ້ສຶກໂຕ 🤭

#ມຸມໜ້າຮັກຂອງຄົນ7ວັນ
#ດວງຄວາມຮັກ
#ດວງສະເໜ່

🔮 ບາງເລື່ອງທີ່ຄິດວ່າຈົບໄປແລ້ວ… ອາດກຳລັງວົນກັບຄືນມາ ພ້ອມກັບ “ຄຳຕອບທີ່ດີກວ່າເດີມ”ທັງເລື່ອງວຽກ, ການເງິນ, ຄວາມສຳພັນ ຫຼື ໂອກາ...
29/09/2026

🔮 ບາງເລື່ອງທີ່ຄິດວ່າຈົບໄປແລ້ວ… ອາດກຳລັງວົນກັບຄືນມາ ພ້ອມກັບ “ຄຳຕອບທີ່ດີກວ່າເດີມ”

ທັງເລື່ອງວຽກ, ການເງິນ, ຄວາມສຳພັນ ຫຼື ໂອກາດທີ່ເຄີຍງຽບຫາຍໄປ ຊ່ວງນີ້ອາດມີຂ່າວດີຈາກເລື່ອງທີ່ທ່ານເກືອບຈະເລີກຫວັງໄປແລ້ວ ✨

ຢ່າຟ້າວປິດປະຕູ ເພາະບາງໂອກາດບໍ່ໄດ້ມາຊ້າ ແຕ່ມັນກຳລັງມາໃນເວລາທີ່ເໝາະສົມກວ່າເດີມ ❤️

ເກີດວັນໃດ? ລອງເຊັກຄຳທຳນາຍຂອງທ່ານໃນຮູບໄດ້ເລີຍ ❤️

#ເບິ່ງດວງຕາມວັນເກີດ
#ດວງການເງິນ
#ດວງການງານ
#ສາຍມູ

🔮 ດວງປະຈຳອາທິດ 28 ກັນຍາ – 4 ຕຸລາ 2026🌙 ຄົນເກີດວັນຈັນ — “ເລີ່ມຊັດ ຫຼັງຈາກຄິດມາດົນ”ອາທິດນີ້ຈະມີຈຸດໜຶ່ງທີ່ເຮັດໃຫ້ຮູ້ຊັດວ່າ ...
28/09/2026

🔮 ດວງປະຈຳອາທິດ 28 ກັນຍາ – 4 ຕຸລາ 2026

🌙 ຄົນເກີດວັນຈັນ — “ເລີ່ມຊັດ ຫຼັງຈາກຄິດມາດົນ”
ອາທິດນີ້ຈະມີຈຸດໜຶ່ງທີ່ເຮັດໃຫ້ຮູ້ຊັດວ່າ ຄວນໄປຕໍ່ທາງໃດ. ເລື່ອງທີ່ຄ້າງຄາໃນໃຈອາດໄດ້ຄຳຕອບຈາກເຫດການຈິງ. ຢ່າກັບໄປລັງເລກັບສິ່ງທີ່ເຄີຍເລືອກແລ້ວ.

🔥 ຄົນເກີດວັນອັງຄານ — “ມີເຫດໃຫ້ຕ້ອງເຄື່ອນໄຫວ”
ອາທິດນີ້ຊີວິດຈະບໍ່ຄ່ອຍຢູ່ນິ່ງ. ອາດມີການນັດໝາຍ ການພົບຄົນ ຫຼື ເຫດການກະທັນຫັນທີ່ຕ້ອງໃຫ້ເຈົ້າຕັດສິນໃຈໄວ. ສິ່ງດີໆອາດມາຈາກການກ້າອອກຈາກໂຊນເກົ່າໆ ເດີມໆ.

☀️ ຄົນເກີດວັນພຸດກາງເວັນ — “ຈັງຫວະຂຶ້ນຂອງຕົວເອງ”
ເປັນອາທິດທີ່ຫຼາຍຢ່າງເລີ່ມເຂົ້າທາງ. ມີຄົນເຫັນຄວາມສາມາດ ຫຼື ຜົນງານຂອງເຈົ້າຊັດຂຶ້ນ. ຖ້າມີສິ່ງໃດຢາກນຳສະເໜີ ຫຼື ຢາກລອງ ອາທິດນີ້ເໝາະກັບການລົງມື.

🌙 ຄົນເກີດວັນພຸດກາງຄືນ — “ຢ່າຕັດສິນຈາກສິ່ງທີ່ເຫັນ”
ອາທິດນີ້ອາດມີເຫດການທີ່ຕອນທຳອິດເບິ່ງຄືບໍ່ດີ ແຕ່ພໍຮູ້ຂໍ້ມູນຈະກັບກາຍເປັນອີກແບບ. ບາງຄົນອາດມີຂ່າວຫຼືຄຳເວົ້າທີ່ຕ້ອງໃຫ້ເວລາພິສູດ. ຢ່າຮີບສະຫຼຸບກ່ອນຮູ້ຄວາມຈິງ.

🌿 ຄົນເກີດວັນພະຫັດ — “ຄົນເກົ່າ ຫຼື ເລື່ອງເກົ່າກັບມາ”
ອາທິດນີ້ມີເກນໄດ້ກັບໄປຈັດການບາງເລື່ອງຈາກອະດີດ. ອາດເປັນຄົນທີ່ເຄີຍຮູ້ຈັກ ງານເກົ່າ ຫຼື ໂອກາດທີ່ເຄີຍພາດ. ຄັ້ງນີ້ຈະມອງເຫັນຂໍ້ດີ–ຂໍ້ເສຍຂອງມັນຊັດກວ່າເກົ່າ.

💎 ຄົນເກີດວັນສຸກ — “ອາທິດແຫ່ງຄວາມໂດດເດັ່ນ”
ຊ່ວງນີ້ອັນໃດທີ່ເຄີຍເງົາໆຈະເລີ່ມມີຄົນເຫັນ. ມີໂອກາດໄດ້ສະແດງຕົວຕົນ ຫຼື ສ້າງຄວາມປະທັບໃຈໃນສະຖານະການໜຶ່ງ. ແຕ່ຢ່າພະຍາຍາມເອົາໃຈທຸກຄົນ ເພາະຕົວຕົນທີ່ເປັນທຳມະຊາດຈະເປັນຈຸດແຂງທີ່ສຸດ.

🪙 ຄົນເກີດວັນເສົາ — “ຢຸດໜຶ່ງກ້າວ ແລ້ວຈະເຫັນທາງ”
ບາງຢ່າງອາດບໍ່ໄດ້ໄປໄວຕາມທີ່ຫວັງ ແຕ່ນັ້ນອາດເປັນຈັງຫວະໃຫ້ເຈົ້າກວດສອບລາຍລະອຽດ. ອາທິດນີ້ບໍ່ຄວນຝືນເລື່ອງທີ່ຍັງບໍ່ພ້ອມ. ເມື່ອຈັດການຈຸດນ້ອຍໆໄດ້ແລ້ວ ທາງຂ້າງໜ້າຈະໂລ່ງຂຶ້ນ.

🌟 ຄົນເກີດວັນອາທິດ — “ສິ່ງທີ່ລໍຖ້າເລີ່ມຂະຫຍັບ”
ມີເກນໄດ້ເຫັນຄວາມຄືບໜ້າໃນເລື່ອງທີ່ລໍຖ້າ. ບາງຂ່າວອາດມາໃນເວລາທີ່ບໍ່ຄາດຄິດ ແລະ ເຮັດໃຫ້ແຜນຂອງເຈົ້າຕ້ອງຂະຫຍັບໄວຂຶ້ນ. ເປີດໃຈຮັບການປ່ຽນແປງ ເພາະອາທິດນີ້ມີຈັງຫວະໃໝ່ເຂົ້າມາ.

#ດວງປະຈຳອາທິດ
#ດວງການງານ
#ດວງດີ

ຄົນເກີດວັນໃດ…ທີມີອໍຣ່າ “ຄຸນໜູບ້ານລວຍ” ✨ຈົນຄົນລົມເກງໃຈ ບໍ່ກ້າພາໄປກິນເຂົ້າຮ້ານຂ້າງທາງ..✨ #ຄຸນໜູບ້ານລວຍ  #ມີອໍຣ່າ #ດວງຄວາມຮ...
27/09/2026

ຄົນເກີດວັນໃດ…ທີມີອໍຣ່າ “ຄຸນໜູບ້ານລວຍ” ✨ຈົນຄົນລົມເກງໃຈ ບໍ່ກ້າພາໄປກິນເຂົ້າຮ້ານຂ້າງທາງ..✨

#ຄຸນໜູບ້ານລວຍ

#ມີອໍຣ່າ
#ດວງຄວາມຮັກ
#ມີລາສີ

🔥 ເວລາເຈີເລື່ອງກົດດັນ… 12 ນັກສັດ ຮັບມືບໍ່ຄືກັນ!ບາງຄົນເລືອກປະເຊີນໜ້າຕົງໆ ບາງຄົນຂໍຖອຍໄປຕັ້ງຫຼັກກ່ອນ ບາງຄົນມິດງຽບເກັບຂໍ້ມູນ...
27/09/2026

🔥 ເວລາເຈີເລື່ອງກົດດັນ… 12 ນັກສັດ ຮັບມືບໍ່ຄືກັນ!

ບາງຄົນເລືອກປະເຊີນໜ້າຕົງໆ ບາງຄົນຂໍຖອຍໄປຕັ້ງຫຼັກກ່ອນ ບາງຄົນມິດງຽບເກັບຂໍ້ມູນກ່ອນຕັດສິນໃຈ ແລະບາງຄົນກໍພ້ອມແບກທຸກຢ່າງໄວ້ກັບຕົວເອງ 🐲✨

ລອງເຊັກປີນັກສັດຂອງຕົນເອງໃນຮູບ ແລ້ວເບິ່ງວ່າ ກົງກັບນິໄສຂອງເຈົ້າເວລາເຈີບັນຫາຫຼາຍປານໃດ?
ກົງ ຫຼື ບໍ່ກົງ ຄອມເມັນບອກຊິນແຊໃຫ້ຮູ້ແດ່ 👇


#12ນັກສັດ
#ທາຍນິໄສ
#ສາຍມູ

🔥 5 ລາສີ ເຖິງເວລາ “ອອກຈາກບ່ອນເກົ່າ” ແລ້ວ ຊີວິດອາດເປີດທາງໃໝ່!♈ ເມດ • ♋ ກໍລະກົດ • ♎ ຕຸນ • ♐ ທະນູ • ♒ ກຸມຊ່ວງນີ້ ຢ່າຍຶດຕິດຢ...
26/09/2026

🔥 5 ລາສີ ເຖິງເວລາ “ອອກຈາກບ່ອນເກົ່າ” ແລ້ວ ຊີວິດອາດເປີດທາງໃໝ່!

♈ ເມດ • ♋ ກໍລະກົດ • ♎ ຕຸນ • ♐ ທະນູ • ♒ ກຸມ

ຊ່ວງນີ້ ຢ່າຍຶດຕິດຢູ່ກັບບ່ອນເກົ່າ ພຽງເພາະຄວາມເຄີຍຊິນ ✨ ໂອກາດໃໝ່ອາດມາຈາກ ການຍ້າຍວຽກ, ປ່ຽນກຸ່ມລູກຄ້າ, ພົບປະຄົນໃໝ່ ຫຼື ກ້າຕັດສິນໃຈໃນສິ່ງທີ່ບໍ່ເຄີຍເຮັດ

ບາງຄັ້ງຊີວິດບໍ່ໄດ້ຕັນ… ແຕ່ພຽງແຕ່ເຖິງເວລາຕ້ອງ “ຂະຫຍັບ” 🔮

#ດວງ12ລາສີ
#ເບິ່ງດວງ
#ດວງການງານ
#ເປີດທາງຊີວິດ

ຮີດສິບສອງຄອງສິບສີ່  #ໃກ້ຈະຮອດບຸນເຂົ້າສະຫຼາກແລ້ວ ດັ່ງນັ້ນຈຶ່ງຢາກຍົກບາງທີ່ມາກ່ຽວກັບຄວາມເປັນມາຂອງບຸນເຂົ້າສະຫຼາກມາໃຫ້ອ່ານນຳກ...
25/09/2026

ຮີດສິບສອງຄອງສິບສີ່
#ໃກ້ຈະຮອດບຸນເຂົ້າສະຫຼາກແລ້ວ
ດັ່ງນັ້ນຈຶ່ງຢາກຍົກບາງທີ່ມາກ່ຽວກັບຄວາມເປັນມາຂອງບຸນເຂົ້າສະຫຼາກມາໃຫ້ອ່ານນຳກັນ
#ຄວາມໝາຍແລະຄວາມສຳຄັນ

● ບຸນຫໍ່ເຂົ້າສະຫຼາກ (ເຂົ້າສາກ) ນອນຢູ່ໃນຮີດ​ສິບສອງຄອງ​ສິບ​ສີ່​ປະ​ເພ​ນີ​ລາວ ປີນີ້ກົງກັບ ວັນເສົາ ທີ່ 26 ກັນຍາ 2026
ຂື້ນ 15 ເດືອນ 10 ລາວ ພ.ສ 2569

● ບຸນຫໍ່ເຂົ້າສະຫຼາກ ເປັນບຸນທີ່ເຮັດເພື່ອອຸທິດບຸນກຸສົນໃຫ້ແກ່ດວງວິນຍານຂອງຍາດພີ່ນ້ອງຜູ້ທີ່ລ່ວງລັບຕາຍໄປ ແລະ ພວກຜີເຜດ ເປັນການເຮັດບຸນໃຫ້ເຜດຜີອີກເທື່ອໜື່ງ ແລະ ເປັນການບູຊາຜີຕາແຮກຜູ້ປົກປັກຮັກສາໄຮ່ນາຮົ້ວສວນ ໂດຍມີໄລຍະເວລາຫ່າງຈາກບຸນຫໍ່ເຂົ້າປະດັບດິນ (ບຸນຫໍ່ເຂົ້ານ້ອຍ) ພຽງແຕ່ 15 ມື້ ເທົ່ານັ້ນ ເຊິ່ງເປັນໄລຍະເວລາທີ່ເຜດຜີທັງຫຼາຍຕ້ອງກັບຄືນໄປຢູ່ໃນພົບພູມຂອງຕົນ, ບຸນທັງສອງນີ້ມີລັກສະນະຄ້າຍກັນ ຄືການເຮັດຫໍ່ເຂົ້າສົ່ງໃຫ້ຜີເຜດ ເຊິ່ງລວມທັງຜີບັນພະບູລຸດຍາດພີ່ນ້ອງຂອງຜູ້ທໍາບຸນ ແລະ ເຜດຜີທີ່ບໍ່ມີຍາດ.

● ຕາມປະເພນີສືບທອດກັນມາເມື່ອເຖິງມື້ຂຶ້ນ 14 ຄໍ່າ ເດືອນ 10 ແມ່ນຈະເປັນມື້ກະກຽມເຂົ້າ, ປາ, ອາຫານ ແລະ ໝາກໄມ້ຕ່າງໆ (ຕາມທີ່ຫາມາໄດ້) ແລ້ວນໍາມາໃສ່ກ໋ວຍ (ເຮັດດ້ວຍໄມ້ໄຜ່) ພໍຮອດຕອນເຊົ້າຂອງມື້ຂຶ້ນ 15 ຄໍ່າ ກໍນໍາເອົາເຄື່ອງຂອງທີ່ກະກຽມໄວ້ນັ້ນໄປວັດ ເພື່ອຖວາຍທານ ໃຫ້ແກ່ພຣະສົງສາມະເນນ ພ້ອມທັງຢາດນໍ້າອຸທິດສ່ວນບຸນກຸສົນໄປໃຫ້ດວງວິນຍານຂອງບັນພະບູລຸດ ແລະ ຜີເຜດທີ່ບໍ່ມີຍາດ.

● ແຕ່ປະເພນີ ບຸນຫໍ່ເຂົ້າສະຫຼາກຈະມີຄວາມແຕກຕ່າງຈາກບຸນອື່ນໆຄື ກ່ອນຈະນໍາເຄື່ອງໄທຍະທານໄປຖວາຍ ພຣະສົງສາມະເນນນັ້ນ ຊາວບ້ານຈະຈັບສະຫຼາກກັບພຣະສົງສໍາມະເນນກ່ອນ ຖ້າຈັບຖືກສະຫຼາກໃນຊື່ພຣະ-ເນນອົງໃດ ກໍເອົາເຄື່ອງຂອງທານໄປຖວາຍພຣະ-ເນນອົງນັ້ນໂລດ ອີກວິທີໜຶ່ງ ຜູ້ຖວາຍຈະຂຽນຊື່ຕົນເອງລົງໃນບາດ ແລ້ວໃຫ້ພຣະສົງ- ສາມະເນນຈັບເອົາ ຖ້າອົງໃດໄດ້ສະຫຼາກຂອງຍາດໂຍມທ່ານໃດ ເຈົ້າຂອງຜູ້ນັ້ນກໍນໍາເອົາຂອງທານຂອງຕົນ ໄປຖວາຍ ພຣະ-ເນນອົງນັ້ນໂລດ.

#ມູນເຫດແລະປະຫວັດຄວາມເປັນມາ
● ໃນອະດີດຕະການລ່ວງມາແລ້ວ ໄດ້ມີພຣະພຸດທະເຈົ້າພຣະອົງໜຶ່ງມີນາມວ່າ: ປະທະມຸດຕະຣະ ອາໄສ ຢູ່ໃນກຸງຫົງສາວະດີ ມະຫານະຄອນທານີ ເປັນທີ່ໂຄຈອນທຽວບິນທະບາດຂອງພິກຂຸ ໃນເວລານັ້ນຍັງມີສາມີພັນລະຍາຄູ່ໜຶ່ງ ເປັນຄົນອານາຖາເຂັນໃຈ ຢູ່ໃນພະນະຄອນ ມີອາຊີບຮັບຈ້າງຕັດຟືນຂາຍຕາມພາສາຄົນຍາກຈົນ ພໍລ້ຽງຊີບໄປແຕ່ລະວັນ ສອງຜົວເມຍຄູ່ນັ້ນເປັນຜູ້ເຫຼື້ອມໄສໃນພຸດທະສາສະໜາ ຢູ່ມາວັນໜຶ່ງຜູ້ເປັນສາມີ ມາຄິດເບິ່ງວ່າການລ້ຽງຊີບ ຄືມີຄວາມ ຫຍຸ້ງຍາກແທ້? ຄົງຈະເນື່ອງມາຈາກຕົນເອງບໍ່ໄດ້ບໍາເພັນກອງການກຸສົນ ບໍ່ໄດ້ໃຫ້ທານ ຮັກສາສິນ, ຟັງທັມມະ, ຈະເລີນທັມເມດຕາພາວະນາໃນຊາດປາງກ່ອນ ມາໃນຊາດນີ້ ຈຶ່ງເປັນຄົນຍາກຈົນເຂັນໃຈ ໄຮ້ຊັບອັບປັນຍາ ກໍເລີຍມີຈິດໃຈຢາກສ້າງກຸສົນ, ເຮັດບຸນກິນທານ, ເພື່ອເປັນການສ້າງຂຸມຊັບ ແລະ ສະບຽງອາຫານ ເອົາໄວ້ໃນຊາດພົບໜ້າ ຈຶ່ງໄດ້ປຶກສາກັບພັນລະຍາ ແລ້ວພັນລະຍາກໍເຫັນດີ. ຢູ່ມາວັນໜຶ່ງສາມີພັນລະຍາກໍພາກັນເຂົ້າປ່າ ເພື່ອເກັບຜັກຫັກຟືນມາຂາຍ ພໍໄດ້ເປັນມູນຄ່າແລ້ວ ກໍພາກັນໄປຊື້ໝໍ້ເຂົ້າໜ່ວຍໜຶ່ງ, ໝໍ້ແກງໜ່ວຍໜຶ່ງ, ອ້ອຍ 4 ລໍາ, ກ້ວຍ 4 ໜ່ວຍ ນໍາມາຈັດແຈງແຕ່ງເຄື່ອງສໍາເລັດແລ້ວ ຈຶ່ງນ້ອມໄປສູ່ພະອາຮາມ ເຮັດເປັນສະຫຼາກກະພັດທານ ພ້ອມ ກັບຊາວບ້ານຄົນອື່ນໆ ສາມີພັນລະຍາຄູ່ນັ້ນ ຈົກສະຫຼາກຖືກ ພຣະພິຂຸຕົນໜຶ່ງກໍດີໃຈຫຼາຍ ຈຶ່ງໄດ້ນ້ອມ ເອົາສະຫຼາກກະພັດທານຂອງຕົນ ໄປຖວາຍແລ້ວຫຼັ່ງນໍ້າທັກຂີໂນທົກ (ນໍ້າຕາ) ໃຫ້ຕົກລົງເໜືອແຜ່ນພື້ນພະສຸທາ (ແຜ່ນດິນ) ແລ້ວຕັ້ງຄວາມປາດຖະໜາວ່າ: “ເຕຊະບຸນກຸສົນຜົນທານນີ້ ຂ້າພະເຈົ້າທັງສອງ ເກີດ ໃນພົບໃດໆກໍດີ ຂຶ້ນຊື່ວ່າຄວາມເຂັນໃຈໄຮ້ຊັບອັບປັນຍາເໝືອນດັ່ງຊາດນີ້ ຢ່າໄດ້ມີແກ່ພວກຂ້າພະເຈົ້າທັງສອງເລີຍ ຂໍໃຫ້ຂ້າພະເຈົ້າທັງສອງເປັນຜູ້ຮັ່ງມີ ພ້ອມໄປດ້ວຍຊັບສົມບັດ ສິນທານບໍລິວານ ລາບຍົດສັນລະເສີນສຸກ ແລະ ມີລິດເດດຢ່າງເຫຼືອຫຼາຍໃນພົບນີ້ ແລະ ພົບໜ້າເທີ້ນ” ຕໍ່ມາບໍ່ນານສາມີພັນລະຍາທັງສອງ ກໍໄດ້ຕາຍໄປ ແລະ ໄດ້ໄປເກີດເປັນເທວະບຸດເທວະດາ ໃນຊັ້ນດາວະດິງສະຫວັນ ສະເຫວີຍສົມບັດທິບ ອັນເປັນທີ່ຢູ່ໃນວິມານຜາສາດຄໍາ ເມື່ອຈຸຕິຕາຍຈາກສະຫວັນ ກໍໄດ້ລົງມາເກີດເປັນບໍຣົມກະສັດສະເຫວີຍຣາຊະສົມບັດ ຢູ່ໃນນະຄອນພຣານະສີມີນາມວ່າ: ພຣະເຈົ້າສັດທາດິດສະ ສະເຫວີຍຣາດຢູ່ສີ່ໝື່ນແປດພັນປີ. ນີ້ແຫຼະ ຄືບຸນກຸສົນຈາກການ ໃຫ້ທານສະຫຼາກ ມີຜົນອັນຍິ່ງໃຫຍ່ໄພສານ ສາມາດນໍາທ່ານທັງຫຼາຍໃຫ້ໄດ້ຮັບຄວາມສຸກ ແລະ ຄວາມຈະເລີນ ທັງໃນພົບນີ້ ພົບໜ້າ ແລະ ພົບຕໍ່ໆໄປນັ້ນແລ.
● ເມື່ອ​ຢ້ອນ​ລັດ​ຕັດ​ຕອນ​ເຂົ້າເວົ້າ​ເຖິງ​ຜີ​ຕາ​ແຮກມີ​ຄວາມ​ເປັນ​ມາ​ຄື​ໃນ​ສະ​ໄໝ​ຄັ້ງ​ພຸດ​ທະ​ການ​ໄດ້​ມີ​ລູກ​ຊາຍ​ຂອງ​ກະ​ດຸມ​ພີ​ຄົນ​ໜື່ງ​ພໍ່​ໄດ້​ຕາຍ​ປະ​ແຕ່​ຄາວ​ຍັງ​ນ້ອຍ​ເຫຼືອ​ແຕ່​ແມ່ ພໍ​ໃຫ​ຍ່​ຂື້ນ​ມາ​ແມ່​ໄດ້​ຫາ​ພັນ​ລະ​ຍາ​ໃຫ້​ເພື່ອ​ສືບ​ທອດ​ວົງ​ຕະ​ກູນ ແຕ່​ພັນລະ​ຍາ​ບໍ​ສາ​ມາດ​ໃຫ້​ກຳ​ເນີດ​ບຸດ​ໄດ້ ຜູ້​ເປັນ​ແມ່​ຈື່ງ​ຊອກ​ຫາ​ຍິງ​ອື່ນ​ໃຫ້​ເປັນ​ເມຍ​ນ້ອຍ​ເພື່ອ​ສືບ​ທອດ​ຕະ​ກູນ ສ່ວນ​ເມຍ​ກົກ​ຢ້ານ​ວ່າ​ເມຍ​ນ້ອຍ​ຈະ​ໄດ້​ຮັບ​ມູນ​ມັງ​ມໍ​ລະ​ດົກ​ແຕ່​ພຽງ​ຜູ້​ດຽວ​ຈື່ງ​ໄດ້​ອອກ​ອຸ​ບາຍ​ຂ້າ​ລູກເມຍ​ນ້ອ​ຍ​ຖິ້ມ ໂດຍບອກ​ວ່າ​ຖ້າ​ມື້​ໃດ​ນ້ອງ​ຖື​ພາ​ໃຫ້​ມາ​ປຶກ​ສາ​ເອື້ອຍ​ພ​ໍ​ຈະ​ໄດ້​ຊ່ວຍ​ເບິ່ງ​ແຍງ​ແລະ​ໃຫ້​ຄຳ​ປຶກ​ສາ​ເມື່ອ​ເມຍ​ນ້ອຍ​ຖື​ພາ​ຄັ້ງ​ທີ່​ໜື່ງ​ທີ່​ສອງ​ກໍ​ລາຍ​ງານ​ໃຫ້​ເມຍ​ກົກ​ຮັບ​ຮູ້​ແລະ​ກໍ​ໄດ້​ເອົາ​ຢາ​ໃສ່​ນ້ຳ​ໃຫ້​ກິນ​ເພື່ອ​ແທ້ງ​ລູກ ເທື່ອ​ທີ່​ສາມ​ເມຍ​ນ້ອຍ​ບໍ​ໄດ້​ບອກ​ໃຫ້​ຮູ້​ແລ້ວຫຼົບ​ໜີ​ໄປ​ຢູ່​ບ້ານ​ພີ່​ນ້ອງ​ເມື່ອ​ເມຍຫຼວງ​ຮູ້​ກໍ​ນຳ​ໄປ​ໃຫ້​ກິນ​ຢາ​ອີກ​ເນື່ອງ​ຈາກວ່າ​ທ້ອງ​ໄດ້ຫຼາຍ​ເດືອນ​ລູກ​ຈື່ງ​ບໍ​ລຸ​ອອກ​ມາ​ຊ້ຳ​ຍັງ​ຕາຍ​ຂວາງ​ທັງ​ແມ່​ແລະ​ລູກ ກ່ອນ​ທີ່​ເມຍ​ນ້ອຍ​ຈະ​ສິ້ນ​ໃຈ​ກໍ​ໄດ້​ຜູກ​ເວນ​ອາ​ຄາດ​ແຄ້ນ​ກັບ​ເມຍຫຼວງ​ໄວ້​ວ່າ​ຊາດ​ໜ້າ​ມີ​ຈິງ​ຂໍ​ໃຫ້​ໄດ້​ມາ​ຈອງ​ເວນ​ກັນ​ອີກ ສ່ວນ​ຜູ້​ເປັນ​ເມຍຫຼວງ​ກໍ​ຖືກ​ຜູ້​ເປັນ​ຜົວ​ເອົາ​ໄມ້​ທຸບ​ຕີ​ຈົນ​ຕາຍ​ທັງ​ສອງ​ກໍ​ໄດ້​ໄປ​ເກີດ​ໃຫມ່​ເມຍຫຼວງ​ເກີດ​ເປັນ​ໄກ່ ເມຍ​ນ້ອຍ​ເກີດ​ເປັນ​ແມວ​ໂພງ ເມື່ອ​ໄກ່​ໄຂ່​ອອກ​ມາ​ເທື່ອ​ທີ​ໜື່ງ​ທີ່​ສອງ​ແມວ​ໂພງ​ກໍ​ມາ​ລັກ​ກິນ​ໄຂ່ ເມື່ອ​ຮອດ​ຄັ້ງ​ທີ​ສາມ​ແມວ​ໂພງ​ກໍ​ຫັກ​ຄໍ​ໄກ່​ກິນ​ທັງ​ໄກ່​ແລະ​ໄຂ່ ກ່ອນ​ໄກ່​ຈະ​ຕາຍ​ກໍ​ອາ​ຄາດ​ແຄ້ນ​ອີກ ແມ່​ໄກ່​ໄດ້​ເກີດ​ເປັນ​ເສືອ ແມວ​ໂພງ​ເກີດ​ເປັນ​ງົວ ກໍ​ເຮັດ​ທຳ​ນອງ​ດຽວ​ກັນ​ຈົນ​ຕາຍ​ແລ້ວ​ໄດ້​ອາ​ຄາດ​ແຄ້ນ​ກັນ​ອີກ ແມ່​ງົວ​ໄດ້​ໄປ​ເກີດ​ເປັນ​ຍັກ​ຂີ​ນີ ເສືອ​ໄດ້​ໄປ​ເກີດ​ເປັນ​ທິ​ດາ​ຢູ່​ໃນ​ນະ​ຄອນ​ສາ​ວະ​ຖີ ພໍ​ຈະ​ເລີນ​ໄວ​ກໍ​ໄດ້​ແຕ່ງ​ງານ​ເມື່ອ​ເກີດ​ລູກ​ຄັ້ງ​ທີ​ໜື່ງ​ທີ​ສອງ​ນາງ​ຍັກ​ຂີ​ນີ​ກໍ​ປອມ​ຕົວ​ມາ​ເປັນ​ໝູ່​ຂອງ​ນາງ​ມາ​ນອນ​ນຳ​ແລ້ວ​ກິນ​ລູກ​ຂອງ​ທິ​ດາ​ຕາຍ​ທັງ​ສອງ​ຄັ້ງ ຄັ້ງ​ທີ່​ສາມ​ນາງ​ຈື່ງ​ໄປ​ຢູ່ນຳ​ເຮືອນ​ຂອງ​ພໍ່​ປູ່​ແມ່​ຍ່າ​ເມື່ອ​ນາງ​ຍັກ​ຂີ​ນີ​ຮູ້​ຂ່າວ​ກໍ​ໄດ້​ນຳ​ທັງ​ສອງ​ຜົວ​ເມຍ​ໄປ​ແລ້ວ​ທັງ​ສອງ​ກໍ​ໄດ້​ມຸ່ງ​ໜ້າ​ໄປ​ສູ່​ວັດ​ພະ​ເຊ​ຕະ​ວັນ​ມະ​ຫາ​ວິ​ຫານ ຂະ​ນະ​ນັ້ນ​​ພະ​ພຸດທະເຈົ້າກຳ​ລັງ​ສະ​ແດງ​ທັມ​ຢູ່ນາງ​ພ້ອມ​ຜົວ​ກໍ​ໄດ້​ເຂົ້າ​ໄປ​ຂໍ​ຄວາມ​ຊ່ວຍ​ເຫຼືອ​ນຳ​ພະ​ພຸດ​ທະ​ເຈົ້າ ໂດຍ​ຜ່າ​ຝູງ​ຊົນ​ເຂົ້າ​ໄປ​ມອບ​ກາຍ​ຖວາຍ​ຊີ​ວິດ ສ່ວນ​ນາງ​ຍັກ​ເຂົ້າ​ວັດ​ບໍ​ໄດ້​ຈື່ງ​ໄດ້​ຄອງ​ຄອຍ​ຢູ່​ທາງນອກ ພະ​ພຸດ​ທະ​ເຈົ້າ​ຈື່ງ​ໄດ້​ເທດ​ສະ​ໜາ​ແລະ​ໄດ້​ເລົ່າ​ເລືອງ​ອະ​ດີດ​ຕະ​ຊາດ​ຂອງ​ທັງ​ສອງ​ໃຫ້​ຟັງ​ທ່າມ​ກາງ​ພະ​ສົງ​ແລະ​ຍາດ​ໂຍມ​ທີ່​ມາ​ຟັງ​ທັມ​ເຖິງ​ຕົ້ນ​ປາຍ​ສາຍ​ເຫດ​ແລະ​ບອກ​ທັງ​ສອງ​ໃຫ້​ອະ​ໄພ​ເຊິ່ງ​ກັນ​ແລະ​ກັນ ພ້ອມ​ທັງ​ບໍ​ໃຫ້​ອາ​ຄາດ​ຈອງ​ເວນ​ກັນ​ອີກ ພະ​ອົງ​ກ່າວ​ວ່າ​ກັມເວນ​ຍ່ອມບໍ​ສາ​ມາດ​ລະ​ງັບ​ດ້ວຍ​ການ​ຈອງ​ເວນ​ຄື​ໜູ​ກັບ​ແມວ ງູ​ກັບ​ຈອນ​ຟອນ ນົກ​ເຄົ້າ​ກັບ​ກາ ດັ່ງ​ນີ້​ເປັນ​ຕົ້ນ ເວນຈະລະງັບດ້ວຍການບໍຈອງເວນພະ​ອົງ​ໄດ້​ບອກ​ໃຫ້​ທັງ​ສອງ​ຜົວ​ເມຍ​ລ້ຽງ​ນາງ​ຍັກ​ຂີ​ນີ​ຜູ້​ນີ້​ໄວ້​ແລ້ວ​ປຸກ​ຕູບ​ໃຫ້​ຢູ່​ແຄມ​ນາ​ແລ້ວ​ໃຫ້​ນາງ​ຍັກ​ເຊົາ​ກິນ​ຊີ້ນ​ແລ້ວ​ຫັນ​ມາ​ກິນ​ໝາກ​ໄມ້​ແທນ ດ້ວຍ​ເຫດ​ນັ້ນ​ພວກ​ເຮົາ​ຈື່ງ​ພາ​ກັນ​ນຳ​ຫມາກ​ໄມ້​ມາ​ເຮັດ​ສະຫຼາກ​ແລ້ວ​ນຳ​ໄປ​ຫ້ອຍໄວ້​ເທິງ​ຫົວ​ນາ ນາງ​ຍັກ​ກໍ​ຈົ່ງ​ຕອບ​ແທນ​ຊາວ​ບ້ານ​ດ້ວຍ​ການ​ປົກ​ປັກ​ຮັກ​ສາ​ໄຮ່​ນາ​ຕາ​ກ້າ​ຈາກ​ສັດ​ສາ​ວາ​ສິ່ງ​ຕ່າງ​ໆ​ ເປັນທັງນາງພະຍາກອນອາກາດ ເພາະວ່າປີໃດຟ້າຝົນຫລາຍໃຫ້ບອກຊາວບ້ານໄປເຮັດໄຮ່ເຮັດນາບ່ອນສູງ ປີໃດແຫ້ງແລ້ງຂາດນ້ຳໃຫ້ເຮັດໄຮ່ນາຢູ່ບ່ອນລຸ່ມບ່ອນທົ່ງພຽງ ພາຍ​ລຸນ​ມາ​ຈື່ງ​​ປ່ຽນ​ຈາກ​ຍັກ​ຄີ​ນີ​ແລ້ວເອີ້ນ​ວ່າ:ຜີ​ຕາ​ແຮກ ເພາະ​ນາງ​ຍັກ​ສາ​ມາດ​ຮັບ​ຮູ້​ໄດ້​ວ່າ​ປີ​ໃດ​ຜົນ​ລະ​ປູກ​ຈະ​ໄດ້​ຮັບ​ຜົນ​ຫ​ນ້ອຍຫຼາຍ​ພຽງ​ໃດ​ເພາະ​ມີ​ຍານ​ພິ​ເສດ​ສາ​ມາດ​ພະ​ຍາ​ກອນ​ດິນ​ຟ້າ​ອາ​ກາດ ສະ​ນັ້ນ​ຈື່ງ​ເປັນ​ເຫດ​ໃຫ້​ປະ​ຕິ​ບັດ​ສືບ​ກັນ​ມາ​ຄື​ບຸນ​ເຂົ້າ​ສະຫຼາກ​ແລະ​ການ​ບູ​ຊາ​ຜີ​ຕາ​ແຮກ.

ຮຽບຮຽງ ແລະ ຂໍ້ມູນໂດຍ: @ວັດອົງຕື້ບ້ານແຊ່ເມືອງແປກແຂວງຊຽງຂວາງ

#ບຸນຫໍ່ເຂົ້າສະຫຼາກ
#ປະເພນີລາວ
#ຮີດສິບສອງຄອງສິບສີ່

24/09/2026

ພາມາຊົມຄວາມງາມ ຂອງ “ອຸມົງປາ” ທີ່ ເຈີ້ຈ່າງ ສ.ປ.ຈີນ 🇨🇳
ອຸມົງທີ່ລ້ອມຮອບດ້ວຍປາ ໃຫ້ຄວາມຮູ້ສຶກຄືໄດ້ຍ່າງຢູ່ໃຕ້ນ້ຳ 🐠💦 ບັນຍາກາດງາມ ແລະ ແປກຕາຫຼາຍ!
#ອຸໂມງປາ #ເຈີ້ຈ່າງ #ຈີນ #ທ່ຽວຈີນ

ວັນທີ 23 ກັນຍາ 🌗✨ແມ່ນວັນ ສານທະວິສຸວັດ (September Equinox) ເປັນຊ່ວງທີ່ ກາງວັນ ແລະ ກາງຄືນເກືອບຈະເທົ່າກັນ ປະມານ 12 ຊົ່ວໂມງຕ...
23/09/2026

ວັນທີ 23 ກັນຍາ 🌗✨
ແມ່ນວັນ ສານທະວິສຸວັດ (September Equinox) ເປັນຊ່ວງທີ່ ກາງວັນ ແລະ ກາງຄືນເກືອບຈະເທົ່າກັນ ປະມານ 12 ຊົ່ວໂມງຕໍ່ 12 ຊົ່ວໂມງ 🌞🌙

ຫຼັງຈາກມື້ນີ້ ກາງວັນຈະຄ່ອຍໆສັ້ນລົງ ແລະ ກາງຄືນຈະຍາວຂຶ້ນ. 🌌🍂




#ວັນທີກາງເວັນແລະກາງຄືນເທົ່າກັນ

ສາລະຫນ້າຮູ້: 🌙 ເລື່ອງເລົ່າຂອງ “ດວງຈັນ” ໃນວັດທະນະທຳຈີນສຳລັບຄົນຈີນ ດວງຈັນບໍ່ໄດ້ເປັນພຽງວັດຖຸທີ່ຢູ່ເທິງທ້ອງຟ້າ ແຕ່ຍັງເປັນສັນ...
23/09/2026

ສາລະຫນ້າຮູ້:

🌙 ເລື່ອງເລົ່າຂອງ “ດວງຈັນ” ໃນວັດທະນະທຳຈີນ

ສຳລັບຄົນຈີນ ດວງຈັນບໍ່ໄດ້ເປັນພຽງວັດຖຸທີ່ຢູ່ເທິງທ້ອງຟ້າ ແຕ່ຍັງເປັນສັນຍາລັກຂອງ “ຄອບຄົວ, ຄວາມຮັກ, ຄວາມຄິດຮອດ ແລະ ການກັບມາພົບກັນ”

🌕 ຫນຶ່ງໃນຕຳນານທີ່ໂດ່ງດັງທີ່ສຸດ ແມ່ນເລື່ອງຂອງ “ຊາງເອີ๋ (嫦娥)”

ຕາມຕຳນານ ຊາງເອີ๋ໄດ້ດື່ມຢາອະມະຕະ ແລະ ໄດ້ລອຍຂຶ້ນໄປສູ່ດວງຈັນ ຈົນກາຍເປັນເທບທິດາແຫ່ງດວງຈັນໃນຕຳນານຈີນ

🥮 ເລື່ອງຂອງຊາງເອີ๋ ຈຶ່ງມີຄວາມຜູກພັນກັບ “ບຸນໄຫວ້ພະຈັນ” ຫຼື 中秋节 (Zhōngqiū Jié)

ໃນຄືນທີ່ດວງຈັນເຕັມດວງ ຄອບຄົວຈີນມັກມາຢູ່ພ້ອມໜ້າກັນ ຊົມດວງຈັນ ແລະ ຮັບປະທານຂະໜົມໄຫວ້ພະຈັນ

🥮 ຂະໜົມໄຫວ້ພະຈັນມັກເຮັດເປັນຮູບກົມ ເພາະ “ວົງມົນ” ເປັນຕົວແທນຂອງຄວາມສົມບູນ ແລະ ການພົບພໍ້ພ້ອມໜ້າຂອງຄອບຄົວ ຫຼື “团圆 (Tuányuán)”

✨ ດັ່ງນັ້ນ “Moon” ໃນວັດທະນະທຳຈີນ ຈຶ່ງມີຄວາມໝາຍຫຼາຍກວ່າດວງຈັນ

ມັນຄືສັນຍາລັກຂອງ “ຄົນທີ່ຢູ່ໄກ ແຕ່ຍັງສາມາດແບ່ງປັນດວງຈັນດວງດຽວກັນ” 🌕💛

ແລະນີ້ອາດເປັນເຫດຜົນວ່າ ເປັນຫຍັງ “ດວງຈັນ” ຈຶ່ງປາກົດຢູ່ໃນບົດກະວີ ເພງ ແລະ ເລື່ອງເລົ່າຈີນມາເປັນເວລາຍາວນານ 🌙

#ດວງຈັນ
#ວັດທະນະທຳຈີນ
#ເລື່ອງເລົ່າດວງຈັນ
#ຕຳນານ

Address

ຮ່ອງໄກ່ແກ້ວ
Vientiane
01000

Opening Hours

Monday 09:00 - 18:00
Tuesday 09:00 - 18:00
Wednesday 09:00 - 18:00
Thursday 09:00 - 18:00
Friday 09:00 - 18:00
Saturday 09:00 - 18:00

Telephone

+8562051513093

Alerts

Be the first to know and let us send you an email when Gogo Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Contact The Business

Send a message to Gogo Laos:

Shortcuts

Share

Category