17/06/2026
📢 ເປີດຮັບສະໝັກ! ຮ່ວມເປັນສ່ວນໜຶ່ງຂອງທີມງານມືອາຊີບ
ໂອກາດດີໆມາຮອດແລ້ວ! ພວກເຮົາກຳລັງຕາມຫາຄົນລຸ້ນໃໝ່ ໄຟແຮງ ມາເຕີບໂຕນຳກັນ. ຖ້າເຈົ້າມີຄວາມສາມາດ ແລະ ພ້ອມລຸຍ, ຕຳແໜ່ງນີ້ແມ່ນຂອງເຈົ້າ!
1. ⚡ ວິສະວະກອນຕິດຕາມ & ວາງແຜນໄຟຟ້າ | Electrical Planning & QC Engineer
ເງິນເດືອນ: 10ລ້ານ - 12ລ້ານ ກີບ + ໂອກາດເຕີບໂຕສູງ
ເຈົ້າຄືຄົນທີ່ມັກວາງລະບົບ, ມັກຄວາມຊັດເຈນ ແລະ ເປັນຄົນ Detail ບໍ? ມາຄຸມເກມວຽກໄຟຟ້າຂອງພວກເຮົາເລີຍ!
ສິ່ງທີ່ເຈົ້າຈະໄດ້ເຮັດ:
• ວາງແຜນ, ຄວບຄຸມຄຸນນະພາບ ແລະ ຕິດຕາມໂປຣເຈັກໄຟຟ້າຕັ້ງແຕ່ຕົ້ນຈົນຈົບ
• ວິເຄາະແບບ, ແກ້ໄຂບັນຫາໜ້າງານແບບມືອາຊີບ
ຄຸນສົມບັດທີ່ພວກເຮົາຕາມຫາ:
• ເພດ: ຊາຍ | ອາຍຸ: 22-36 ປີ
• ວຸດທິ: ປ.ສູງ ຂຶ້ນໄປ ສາຍໄຟຟ້າ, ໄຟຟ້າອຸດສາຫະກຳ, ອີເລັກໂຕຣນິກ, ໂທລະຄົມ ຫຼື ສາຂາທີ່ກ່ຽວຂ້ອງ
• ປະສົບການ: 3 ປີຂຶ້ນໄປ ໃນວຽກໄຟຟ້າ
• ທັກສະພິເສດ: ໃຊ້ຄອມພິວເຕີຄ່ອງ, ມີທັກສະຜູ້ນຳ, ສື່ສານດີ, ລຸຍວຽກໄດ້ພາຍໃຕ້ຄວາມກົດດັນ
2. 👷♂️ ຫົວໜ້າໂຟຣ໌ແມນກໍ່ສ້າງ | Construction Foreman
ເງິນເດືອນ: 10ລ້ານ - 12ລ້ານ ກີບ + ໂບນັດຜົນງານ
ມີປະສົບການໂຊກໂຊນໜ້າງານ ແລະ ພ້ອມນຳທີມລຸຍໂປຣເຈັກໃຫຍ່ບໍ? ພວກເຮົາຕ້ອງການຜູ້ນຳແບບເຈົ້າ!
ສິ່ງທີ່ເຈົ້າຈະໄດ້ເຮັດ:
• ບໍລິຫານຈັດການທີມງານກໍ່ສ້າງ, ຄຸມງານໃຫ້ໄດ້ຕາມແຜນ ແລະ ມາດຕະຖານ
• ເປັນຄົນກາງປະສານງານລະຫວ່າງວິສະວະກອນ ແລະ ທີມຊ່າງ
ຄຸນສົມບັດທີ່ພວກເຮົາຕາມຫາ:
• ເພດ: ຊາຍ | ອາຍຸ: 22-36 ປີ
• ວຸດທິ: ບໍ່ຈຳກັດ, ຂໍພຽງອ່ານໄດ້ຂຽນເປັນ ແລະ ມີໃຈຮັກໃນວຽກກໍ່ສ້າງ
• ປະສົບການ: 5 ປີຂຶ້ນໄປ ໃນການຄຸມງານກໍ່ສ້າງ
• ທັກສະພິເສດ: ເປັນຜູ້ນຳ, ສື່ສານເກັ່ງ, ແກ້ໄຂບັນຫາໜ້າງານໄດ້, ອົດທົນສູງ
3. 🛠️ ຊ່າງກໍ່ສ້າງມືອາຊີບ | Construction Crew
ເງິນເດືອນ: 5ລ້ານ - 7ລ້ານ ກີບ + ຄ່າລ່ວງເວລາ
ມີສີມື, ມັກເຮັດວຽກເປັນທີມ ແລະ ພ້ອມສ້າງຜົນງານດີໆນຳກັນບໍ? ມາເຂົ້າທີມພວກເຮົາ!
ສິ່ງທີ່ເຈົ້າຈະໄດ້ເຮັດ:
• ລົງມືເຮັດວຽກກໍ່ສ້າງຕາມແບບແຜນ ແລະ ມາດຕະຖານຄວາມປອດໄພ
• ໃຊ້ເຄື່ອງມືກໍ່ສ້າງຕ່າງໆຢ່າງຊຳນານ
ຄຸນສົມບັດທີ່ພວກເຮົາຕາມຫາ:
• ເພດ: ຊາຍ | ອາຍຸ: 22-36 ປີ
• ວຸດທິ: ບໍ່ຈຳກັດ, ຂໍພຽງອ່ານໄດ້ຂຽນເປັນ
• ປະສົບການ: 2 ປີຂຶ້ນໄປ ໃນວຽກກໍ່ສ້າງ
• ທັກສະພິເສດ: ມີທັກສະຊ່າງ, ໃຊ້ເຄື່ອງມືຄ່ອງ, ມີຄວາມຮັບຜິດຊອບ, ພ້ອມລຸຍ
________________________________________
🎁 ສິ່ງທີ່ເຈົ້າຈະໄດ້ຮັບຈາກພວກເຮົາ
• ເງິນເດືອນແຂ່ງຂັນໄດ້ + ໂບນັດຕາມຜົນງານ
• ປະກັນສັງຄົມ, ເງິນບຳນານ ຄົບຖ້ວນ
• ໂອກາດຮຽນຮູ້, ອັບສະກີວ ແລະ ເຕີບໂຕໃນສາຍງານ
• ສະພາບແວດລ້ອມການເຮັດວຽກແບບທີມ ເປັນກັນເອງ, ຊ່ວຍເຫຼືອກັນ
ວິທີສະໝັກ: ສົ່ງ CV / ປະຫວັດການເຮັດວຽກຂອງເຈົ້າມາທີ່
📧 Email: [email protected]
📱 WhatsApp/Tel: +856 20 54666941
📍 ສະຖານທີ່: ບ້ານ ດອນຕິ້ວ, ເມືອງ ໄຊທານີ, ແຂວງ ນວ