Cooking Class Byສຸດາ

Cooking Class Byສຸດາ Contact information, map and directions, contact form, opening hours, services, ratings, photos, videos and announcements from Cooking Class Byສຸດາ, Food & Drink, Vientiane.

🎂✨ ເປີດປະສົບການໃໝ່ ກັບຄອສຮຽນເຮັດເຄ້ກ! 🍰👩‍🍳ສຳລັບຜູ້ທີ່ຮັກການເຮັດເຂົ້າໜົມເຄ້ກ ແລະ ຢາກພັດທະນາສີມືດ້ານການເຮັດເຄ້ກ ຄອສນີ້ເໝາະ...
19/09/2026

🎂✨ ເປີດປະສົບການໃໝ່ ກັບຄອສຮຽນເຮັດເຄ້ກ! 🍰👩‍🍳

ສຳລັບຜູ້ທີ່ຮັກການເຮັດເຂົ້າໜົມເຄ້ກ ແລະ ຢາກພັດທະນາສີມືດ້ານການເຮັດເຄ້ກ ຄອສນີ້ເໝາະສຳລັບທັງຜູ້ເລີ້ມຕົ້ນໃໝ່ ແລະ ຜູ້ທີ່ຢາກຕໍ່ຍອດສູ່ອາຊີບ! 💕

👩‍🍳 ຮຽນຮູ້ແບບລົງມືເຮັດຈິງ
🍰 ຮຽນຮູ້ການເຮັດເຄ້ກຢ່າງຖືກວິທີ
🎂 ຝຶກການປາດຄຣີມ ແລະ ຕົບແຕ່ງໜ້າເຄ້ກ
🧁 ເຂົ້າໃຈເຕັກນິກການເຮັດເຄ້ກໃຫ້ເນື້ອນຸ່ມ ແລະ ອອກມາສວຍງາມ
💼 ສາມາດນຳຄວາມຮູ້ໄປຕໍ່ຍອດເປັນອາຊີບ ຫຼື ສ້າງລາຍໄດ້ເສີມ

📣 ຢາກເຮັດເຄ້ກເປັນ ຢ່າລໍຖ້າ!

📩 ສົນໃຈສອບຖາມລາຍລະອຽດ ແລະ ສະໝັກຮຽນໄດ້ທາງ Inbox ເລີຍ!

#ຄອສຮຽນເຮັດເຄ້ກ #ສ້າງອາຊີບດ້ວຍສີມື
#ສະໂມສອນເຊຟລາວ

14/09/2026

👩🏻‍🍳ເຂົ້າໜົມຈັ໋ບກ້ວຍ… ເມນູງ່າຍໆ ແຕ່ສາມາດສ້າງເປັນອາຊີບໄດ້ 🥢ສົນໃຈທັກຖາມໄດ້
#ເມນູສ້າງອາຊີບ #ສອນປຸ່ງແຕ່ງອາຫານຄາວຫວານ #ສະໂມສອນເຊຟລາວ

“ສຳເລັດການຝຶກອົບຮົມ ການແປຮູບຊີ້ນສັດ ສູ່ທັກສະວິຊາຊີບ” 👩‍🍳🥩“ຈາກວັດຖຸດິບ ສູ່ຜະລິດຕະພັນ… ອີກໜຶ່ງກ້າວຂອງຄວາມສຳເລັດ” 🎓🥩“ຄວາມຮູ...
12/09/2026

“ສຳເລັດການຝຶກອົບຮົມ ການແປຮູບຊີ້ນສັດ ສູ່ທັກສະວິຊາຊີບ” 👩‍🍳🥩
“ຈາກວັດຖຸດິບ ສູ່ຜະລິດຕະພັນ… ອີກໜຶ່ງກ້າວຂອງຄວາມສຳເລັດ” 🎓🥩
“ຄວາມຮູ້>ທິດສະດີ>ພາກປະຕິບັດ ພ້ອມກ້າວສູ່ອາຊີບ” 👩🏻‍🍳🥩🥦🥭
#ສອນປຸ່ງແຕ່ງອາຫານຄາວຫວານ #ແປຮູບອາຫານ ຸດາ
#ສະໂມສອນເຊຟລາວ

21/08/2026

ພວກເຮົາມີສຸດອາຫານມາແຈກ!!😋✨
ຖ້າທ່ານກຳລັງຊອກຫາເມນູກິນງ່າຍໆ, ມີລົດຊາດແຊບ, ແລະ ມີຄວາມເຜັດແບບເກົາຫລີ

ທອດຕ໋ອກບົກກີໃສ່ແຈ່ວບອງ ແລະ ໂຄຊູຈັງ ແລະ ກິມບັບໝີ່ເກົາຫລີ
ຕ໋ອກບົກກີທອດກອບໆ + ລົດຊາດຈັດຈານຂອງຊອດໂຄຊູຈັງ ແລະ ແຈ້ວບອງ!! ເໝາະສຳລັບອາຫານກິນຫລິ້ນຮັບຮອງວ່າ "ວ້າວ ເຈົ້າໄດ້ອັນນີ້ມາຈາກໃສ?!” 🔥😋 ປະສົມປະສານກັບຄວາມສົດເສັ້ນໝີ່ເກົາຫລີ + ກິມບັບທີ່ເຂົ້າກັນແບບບອກບໍ່ຖືກ

ນີ້ແມ່ນສູດອາຫານສຸດທ້າຍຈາກການແຂ່ງຂັນອາຫານຟິວຊັນລາວ-ເກົາຫຼີ 💥
ລົດຊາດທີ່ແຊບຖືກປາກ, ສ່ວນປະກອບຫາຊື້ງ່າຍ, ແລະ ເໝາະກັບທຸກງານເທດສະການລະຫວ່າງໝູ່ເພື່ອນ ຫລື ຄອບຄົວຂອງທ່ານ 🏠✨

ຕ້ອງການຊິມອາຫານເລີດລົດຫລາຍກ່ອນນີ້ບໍ່?
ມາຮ່ວມງານໃຫຍ່ຂອງພວກເຮົາໃນເດືອນຕຸລານີ້! 🎉😋—ແລ້ວພົບກັນ! ✅✨

we’ve got the perfect dish to share!!
If you’re looking for an easy meal with tasty flavors and a spicy Korean-style kick…

Crispy Tteokbokki topped with Jjaew B**g + Korean spicy sauce & Ramen Kimbab
Crispy tteokbokki that’s so good + the savory Korean spicy sauce and jjaew b**g flavors that match perfectly—no kidding!! combine with Fresh, savory, and packed with that Lao–Korean fusion magic—creamy noodles + zesty Kimbab vibes
Perfect for a fun “wow, where did you get this?!” dinner moment 🔥😋

This is the final recipe from the Lao–Korean Fusion Food Challenge 💥
The flavors are seriously addictive, the ingredients are easy to find, and it’s great for any gathering—whether with friends or with your family 🏠✨

Want to try one more amazing dish before that?
Come join our big event this October! 🎉😋—see you there! ✅✨

15/08/2026

ຈະເຮັດອາຫານຫຍັງກິນດີມື້ນີ້?
ຖ້າຄິດບໍ່ອອກເຮົາຂໍແນະນຳສູດອາຫານແບບຟິວຊັນລາວ + ເກົາຫຼີທີ່ໄວ້ທົດລອງເຮັດກິນຢູ່ບ້ານກັບຄອບຄົວ ຫຼື ໝູ່ເພື່ອນ, ເຮັດງ່າຍໆວັດຖຸດິບຫາຊື້ໄດ້ຕາມຕະຫຼາດ ຫຼື ຊຸບເປີມາເກັດ

🍲 ແກງໜໍ່ໄມ້ຕັອກບົກກີ
🍜 ລາບໝູກັບເສັ້ນໝີ່ຣາມຍອນ

ສູດອາຫານກາລັນຕີລາງວັນຊະນະເລີດຈາກເວທີການແຂ່ງຂັນ Lao–Korean Fusion Food Challenge 💥 ເພີດເພີນໄປກັບການປະສົມປະສານທີ່ແຊບຊ້ອຍຂອງໜໍ່ໄມ້ລາວ + ເຄື່ອງປຸງເກົາຫຼີ, ກາຍເປັນເມນູທີ່ມີລົດຊາດເຂັ້ມຂຸ້ນ ແລະ ລົງໂຕເພື່ອຄົນລາວໂດຍສະເພາະ! 🔥😋

ສູດອາຫານຟິວຊັນລາວ-ເກົາຫລີທີ່ໄດ້ຮັບລາງວັນຊະນະເລີດຍັງບໍ່ໝົດພຽງເທົ່ານີ້ ອາທິດໜ້າຕິດຕາມກັນຕໍ່ໄປ, ຮັບຮອງວ່າເຮັດຕາມໄດ້ງ່າຍ ແລະ ແຊບທຸກເມນູ!

ຢາກຊີມລົດຊາດແບບນີ້ອີກບໍ? ມາຮ່ວມງານໃຫຍ່ຂອງພວກເຮົາໃນເດືອນຕຸລານີ້ເດີ! 🎉😋

What do you have for dinner tonight? 😋✨

If you can’t think of anything, we recommend a Lao + Korean fusion recipe you can make at home with family or friends. It’s easy, and the ingredients are easy to find at any local market or supermarket 🏠.

🍲 Tteokbokki Bamboo Shoot Soup
🍜 Larb Minced Pork with Ramyeon Noodles

This is a winning recipe from the Lao–Korean Fusion Food Challenge 💥
Enjoy the delicious mix of Lao bamboo shoots + Korean seasonings, with a rich savory flavor and a spicy kick 🔥😋

The winning Lao-Korean fusion recipes are not all finished yet—stay tuned next week! We promise every menu will be easy to follow and super tasty ✅✨

Want to taste more like this?
Come join our big event this October! 🎉😋

07/08/2026

ໃຜທີ່ກຳລັງຄິດບໍ່ອອກວ່າ ທ້າຍອາທິດນີ້ຈະເຮັດເມນູຫຍັງໃຫ້ຄົນທີ່ຮັກ, ຄອບຄົວ ຫຼື ໝູ່ເພື່ອນ ມາລອງເມນູສຸດພິເສດທີ່ແອັດນຳມາແນະນຳໃນມື້ນີ້ໄດ້ເລີຍ! 🧑‍🍳✨
ເມນູນີ້ເປັນອາຫານ Fusion ທີ່ປະສົມປະສານລົດຊາດຂອງອາຫານລາວ ແລະ ເກົາຫຼີເຂົ້າກັນຢ່າງລົງໂຕ. ພິເສດສຸດໆ ເພາະເປັນເມນູທີ່ໄດ້ຮັບລາງວັນຊະນະເລີດຈາກເວທີການແຂ່ງຂັນ Lao–Korean Fusion Food Challenge.
ເມນູທີ່ຈະນຳມາສະເໜີໃນມື້ນີ້ ປະກອບມີ:
🌶️ ລາບຕ໋ອກບົກກີ້ ກັບປາເຄິງສະໝຸນໄພ
🍜 ຣາມຍອນໝີ່ກະທິ ຕົ້ມກະດູກຂ້າງໝູ
ທັງສອງເມນູສາມາດເຮັດຕາມໄດ້ງ່າຍໆຢູ່ເຮືອນ 🏠 ວັດຖຸດິບຫາຊື້ໄດ້ຕາມຕະຫຼາດ ຫຼື ຊຸບເປີມາເກັດທົ່ວໄປ ແລະ ຂັ້ນຕອນການເຮັດກໍບໍ່ຊັບຊ້ອນ.
ຈຸດເດັ່ນຂອງເມນູແມ່ນ ລົດຊາດແຊບນົວແບບອາຫານລາວ 💛 ປະສົມກັບລົດຊາດເຂັ້ມຂຸ້ນ ແລະ ຈັດຈ້ານຂອງອາຫານເກົາຫຼີ ກາຍເປັນຄວາມແຊບທີ່ລົງໂຕ ແລະ ຖືກໃຈທຸກຄົນແນ່ນອນ ✨
ນອກຈາກນີ້ ຍັງຈະມີເມນູສ້າງສັນອື່ນໆ ຈາກຜູ້ຊະນະໃນການແຂ່ງຂັນ ທີ່ຈະທະຍອຍນຳມາແນະນຳໃຫ້ທຸກຄົນໄດ້ຕິດຕາມ. ແຕ່ລະເມນູຮັບຮອງວ່າ ເຮັດງ່າຍ, ແຊບ ແລະ ບໍ່ຄືໃຜ ຫ້າມພາດ! 💥
👉 ຢາກມາຊິມເມນູເຫຼົ່ານີ້ນຳກັນບໍ?
ແລ້ວພົບກັນໃນງານອີເວັນຄັ້ງຍິ່ງໃຫຍ່ໃນເດືອນຕຸລານີ້! ຮັບຮອງວ່າ ພາດບໍ່ໄດ້ແນ່ນອນ 🎉😋
Still wondering what special dish to prepare for your loved ones, family, or friends this weekend? 🧑‍🍳✨
Today, we are excited to introduce a unique fusion menu that beautifully combines Lao and Korean flavors. Even more special, these dishes were awarded first place in the Lao–Korean Fusion Food Challenge.
The featured menus are:
🌶️ Tteokbokki Larb with Herbal Grilled Fish
🍜 Ramyeon with Coconut Curry and Pork Ribs
Both dishes are easy to prepare at home 🏠. The ingredients can be conveniently purchased at local markets or supermarkets, and the cooking process is simple and straightforward.
The highlight of these dishes is the perfect combination of the rich and savory taste of Lao cuisine 💛 with the bold and spicy flavors of Korean food. The result is a delicious and well-balanced fusion that everyone can enjoy. ✨
More creative and exciting dishes from other award-winning participants will also be introduced soon. Each recipe is easy to prepare, uniquely delicious, and definitely worth trying. Don’t miss them! 💥
👉 Would you like to taste these special dishes?
Join us at our major event this October and experience them for yourself. It will be an event you will not want to miss! 🎉😋

ມື້ນີ້ຂໍຂອບໃຈມາຍັງ ທ່ານນາງນິພາພັດ ທອງໂສພົນ ປະທານສູນຮຽນຮູ້ບ້ານວັງຍາວ,ປະທານວິສາຫະກິດຊຸມຊົນສະຕີຣສີສາມວັງ ທີໄດ້ໃຫ້ໂອກາດຂ້າພະ...
05/08/2026

ມື້ນີ້ຂໍຂອບໃຈມາຍັງ ທ່ານນາງນິພາພັດ ທອງໂສພົນ ປະທານສູນຮຽນຮູ້ບ້ານວັງຍາວ,ປະທານວິສາຫະກິດຊຸມຊົນສະຕີຣສີສາມວັງ ທີໄດ້ໃຫ້ໂອກາດຂ້າພະເຈົ້າມາພົບປະໂອ້ລົມແລະຖອດຖອນບົດຮຽນນຳເພີ່ນ ໃນການສ້າງເສດຖະກິດໃຫ້ບັນດາແມ່ຍິງພາຍໃນຊຸມຊົນ ເຊິ່ງເພີ່ນເຮັດໄດ້ດີຫລາຍ ຂໍຊົມເຊີຍ ສ່ວນຕົວຂ້າພະເຈົ້າຄິດວ່າ:
“ການສົ່ງເສີມແລະໃຫ້ ຄວາມຮູ້ແກ່ຊຸມຊົນແມ່ນຂະບວນການທີ່ສຳຄັນທີ່ຈະຊ່ວຍໃຫ້ສະມາຊິກຊຸມຊົນສາມາດແບ່ງປັນຄວາມຮູ້, ປະສົບການ, ປັນຍາທ້ອງຖິ່ນ ແລະ ແນວຄວາມຄິດໃໝ່ໆ ເຊີ່ງສິ່ງນີ້ນຳໄປສູ່ການພັດທະນາຜະລິດຕະພັນ ແລະ ການບໍລິການຊຸມຊົນທີ່ມີຄຸນນະພາບສູງແລະເປັນເອກະລັກ ແລະ ສາມາດແຂ່ງຂັນໃນຕະຫຼາດໄດ້ດີ”

🎉 ເປີດຮັບສະໝັກແລ້ວ! ຄອສສອນເຮັດ “ເຄ້ກຊາໄທໜ້າໄຂ່ປາທອງຄຳ” ສູດຂາຍດີ ກຳໄລງາມ! 🧡✨ຖ້າທ່ານກຳລັງຊອກຫາເມນູໃໝ່ໆ ເພື່ອເພີ່ມລາຍໄດ້ ຫຼ...
02/08/2026

🎉 ເປີດຮັບສະໝັກແລ້ວ! ຄອສສອນເຮັດ “ເຄ້ກຊາໄທໜ້າໄຂ່ປາທອງຄຳ” ສູດຂາຍດີ ກຳໄລງາມ! 🧡✨

ຖ້າທ່ານກຳລັງຊອກຫາເມນູໃໝ່ໆ ເພື່ອເພີ່ມລາຍໄດ້ ຫຼື ຢາກເປີດຮ້ານເບເກີຣີ ຫ້າມພາດຄອສນີ້!

🍰 ຮຽນເຮັດ ເຄ້ກຊາໄທໜ້າໄຂ່ປາທອງຄຳ ສູດພິເສດ ຫອມຊາໄທແທ້ ຄຣີມນຸ່ມ ເນື້ອເຄ້ກລະອຽດ ແລະ ໄຂ່ປາທອງຄຳເຄ້ຽວໜຶບ ກຳລັງເປັນເມນູຍອດນິຍົມ ຂາຍງ່າຍ ລູກຄ້າຕິດໃຈ!

📚 ໃນຄອສຈະໄດ້ຮຽນ

✅ ສູດເຄ້ກຊາໄທລະອຽດ ເຮັດຕາມໄດ້ຈິງ
✅ ການເຮັດເຄ້ກທີ່ນຸ່ມລະລາຍໃນປາກ
✅ ເຕັກນິກການຕົກແຕ່ງແລະນຳໃຊ້ບັນຈຸພັນໃຫ້ສິນຄ້າງາມແລະໜ້າຊື້
✅ ວິທີຄຳນວນຕົ້ນທຶນ ແລະ ການຕັ້ງລາຄາຂາຍ
✅ ເຮັດເອງໄດ້ ນຳໄປສ້າງລາຍໄດ້ໄດ້ທັນທີ

📅 ວັນທີ: 10/08/2026
📍 ສະຖານທີ່: ສູນການຄ້າວຽງຈັນເຊັນເຕີ້ ຊັ້ນ 4
🕙 ເວລາ: 10:00 – 16:00 ໂມງ

🌧️ ໂປຣໂມຊັນພິເສດຕ້ອນຮັບໜ້າຝົນ
💥 ຈາກລາຄາປົກກະຕິ ເຫຼືອພຽງ 399,000 ກີບ ເທົ່ານັ້ນ!

🎁 ເໝາະສຳລັບ:

* ຜູ້ເລີ່ມຕົ້ນບໍ່ເຄີຍເຮັດກໍ່ຮຽນໄດ້
* ເຈົ້າຂອງຮ້ານກາເຟ ແລະ ເບເກີຣີ
* ຜູ້ທີ່ຢາກມີອາຊີບເສີມ ຫຼື ສ້າງລາຍໄດ້ຈາກການຂາຍຂອງຫວານ

📌 ບ່ອນນັ່ງມີຈຳກັດ! ຈອງກ່ອນໄດ້ສິດກ່ອນ ເຫຼືອພຽງແຕ່3ບ່ອນນັ່ງສຸດທ້າຍແລ້ວ ຢ່າພາດໂອກາດຮຽນສູດຂາຍດີ ທີ່ສາມາດນຳໄປຕໍ່ຍອດເປັນທຸລະກິດໄດ້ຈິງ! 🧡🍰

📞ໂທເລີຍ: Wa 20 291126644
ຫຼືທັກອິນບ໋ອກມາໄດ້ເລີຍ ຈ້າວ
#ສະໂມສອນເຊຟລາວ

🌼ໃກ້ຮອດບູນເຂົ້າພັນສາແລ້ວ🌼ມາເຮັດເຂົ້າໜົມໄປໃສ່ບາດກັນ ມື້ນີ້ມີເຂົ້າໜົມແໜບໃສ້ໝາກພ້າວອ່ອນ ໃນຮູບແບບທູໂທນມາຝາກ“ເສີບຄວາມດັ້ງເດີມ...
26/07/2026

🌼ໃກ້ຮອດບູນເຂົ້າພັນສາແລ້ວ🌼ມາເຮັດເຂົ້າໜົມໄປໃສ່ບາດກັນ ມື້ນີ້ມີເຂົ້າໜົມແໜບໃສ້ໝາກພ້າວອ່ອນ ໃນຮູບແບບທູໂທນມາຝາກ
“ເສີບຄວາມດັ້ງເດີມໃນຮູບແບບທີ່ແຕກຕ່າງ”
#ເຂົ້າໜົມລາວ #ອາຫານລາວ Chef Academy

Address

Vientiane

Website

Alerts

Be the first to know and let us send you an email when Cooking Class Byສຸດາ posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category