Dao Coffee & SokXay Distribution

Dao Coffee & SokXay Distribution Contact information, map and directions, contact form, opening hours, services, ratings, photos, videos and announcements from Dao Coffee & SokXay Distribution, Food & Drink, Vientiane.

ໃນວັນທີ 05 ພຶດສະພາ 2023 ໄດ້ມີການຈັດ ພິທີເຊັນສັນຍາ ແຕ່ງຕັ້ງຕົວແທນຈໍາໜ່າຍຜະລິດຕະພັນ ກາເຟດາວ ຢ່າງເປັນທາງການ ລະຫວ່າງ ບໍລິສັດ...
05/06/2023

ໃນວັນທີ 05 ພຶດສະພາ 2023 ໄດ້ມີການຈັດ ພິທີເຊັນສັນຍາ ແຕ່ງຕັ້ງຕົວແທນຈໍາໜ່າຍຜະລິດຕະພັນ ກາເຟດາວ ຢ່າງເປັນທາງການ ລະຫວ່າງ ບໍລິສັດ ກາເຟດາວ ຈໍາກັດ ແລະ ບໍລິສັດ ໂຊກໄຊ ຈະເລີນການຄ້າ ຈໍາກັດຜູ້ດຽວ ທີ່ໂຮງແຮມລາວພລາຊາ ໂດຍການລົງນາມເຊັນສັນຍາຂອງ ທ່ານ ວັນນະດາ ພົມມະສະຖິດ ຜູ້ອໍານວຍການໃຫຍ່ ບໍລິສັດ ກາເຟດາວ ຈໍາກັດ ແລະ ທ່ານ ໂຊກໄຊ ສົມໃຈນຶກ ປະທານ ໂຊກໄຊຈະເລີນການຄ້າ ຈໍາກັດຜູ້ດຽວ ເຊິ່ງມີບັນດາທ່ານລັດຖະມົນຕີ, ທ່ານເຈົ້າແຂວງໆຈໍາປາສັກ, ທ່ານຮອງລັດຖະມົນຕີ, ທ່ານຫົວໜ້າກົມ-ຮອງກົມຈາກກະຊວງກ່ຽວຂ້ອງ, ຕາງໜ້າຈາກບັນດາຂະແໜງການຂອງແຂວງຈໍາປາສັກ, ຕາງໜ້າຄະນະຜູ້ບໍລິຫານລະດັບສູງຂອງທັງສອງຝ່າຍເຂົ້າຮ່ວມ.
ບໍລິສັດ ກາເຟດາວ ຈໍາກັດ ເປັນຜູ້ຜະລິດກາເຟລາວທີ່ມີຄຸນນະພາບສູງ ດ້ວຍເຄື່ອງຈັກທີ່ທັນສະໄໝ ໄດ້ມາດຕະຖານສາກົນ ແລະ ມີຊື່ສຽງໂດ່ງດັງທັງພາຍໃນ ແລະ ຕ່າງປະເທດ. ເລັ່ງເຫັນໄດ້ເຖິງຄວາມສໍາຄັນຂອງການປູກກາເຟ ໂດຍສະເພາະຊາວກະສິກອນຢູ່ເຂດພູພຽງບໍລິເວນ ໃນການສ້າງວຽກເຮັດງານທໍາ, ສ້າງລາຍໄດ້ ກໍຄືການຫັນເປັນອຸດສາຫະກໍາປຸງແຕ່ງກະສິກໍາ, ການສ້າງຜະລິດຕະພັນ ແບຣນລະດັບຊາດຂອງປະເທດລາວ, ດັ່ງນັ້ນ ລັດຖະບານຈຶ່ງໄດ້ຕັດສິນໃຈເຂົ້າຖືຮຸ້ນ ແລະ ພວມສຸມໃສ່ປັບປຸງລັດວິສາຫະກິດດັ່ງກ່າວ ໂດຍເປີດກວ້າງການຮ່ວມມືກັບພາກທຸລະກິດເອກະຊົນພາຍໃນ ຕາມທິດສ້າງຄວາມເຂັ້ມແຂງ ແລະ ຍືນຍົງ ເພື່ອສ້າງລັດວິສາຫະກິດຕົວແບບໃນການສ້າງຖານລາຍຮັບເຂົ້າງົບປະມານ ແລະ ສົ່ງເສີມການສົ່ງອອກ ເພື່ອຍາດແຍ່ງເງິນຕາຕ່າງປະເທດ. ໃນນັ້ນ, ບໍລິສັດ ໂຊກໄຊ ຈະເລີນການຄ້າ ຈໍາກັດຜູ້ດຽວ ເປັນໜຶ່ງໃນບໍລິສັດລາວ ທີ່ມີປະສົບການສູງໃນການເປັນຕົວແທນຈໍາໜ່າຍ ຫຼາກຫຼາຍສິນຄ້າແບຣນເນມຊື່ດັງລະດັບໂລກ ທີ່ເປັນທີ່ຮູ້ຈັກກັນດີທັງພາຍໃນ ແລະ ຕ່າງປະເທດ, ທັງມີລະບົບສາງ, ການຂົນສົ່ງ ແລະ ຕາໜ່າງຈັດຈໍາໜ່າຍຫຼາຍກວ່າ 3,000 ຮ້ານຄ້າ, ມີຈຸດຮັບ-ຝາກເຄື່ອງ (Drop Point) ບໍລິການຈັດສົ່ງດ່ວນຫຼາຍກວ່າ 300 ສາຂາ ໃນຂອບເຂດທົ່ວປະເທດ, ພ້ອມທັງມີເຄືອຂ່າຍການພົວພັນຮ່ວມມືທີ່ກວ້າງຂວາງຢູ່ພາຍໃນ ແລະ ຕ່າງປະເທດ, ໄດ້ຈັບມືກັບ ບໍລິສັດ ກາເຟດາວ ຈໍາກັດ ເພື່ອເປັນຄູ່ຮ່ວມຍຸດທະສາດທາງທຸລະກິດ ແນໃສ່ເສີມສ້າງຄຸນຄ່າຂອງຜະລິດຕະພັນ “ແບຣນກາເຟລາວ” ໃຫ້ສູງຂຶ້ນ ສາມາດແຂ່ງຂັນດ້ານການຕະຫຼາດກັບຜະລິດຕະພັນອື່ນໆທັງຢູ່ພາຍໃນ ແລະ ຕ່າງປະເທດ.
ພິທີເຊັນສັນຍາ ແຕ່ງຕັ້ງຕົວແທນຈໍາໜ່າຍຜະລິດຕະພັນ ກາເຟດາວ ຢ່າງເປັນທາງການ ລະຫວ່າງ ບໍລິສັດ ກາເຟດາວ ຈໍາກັດ ແລະ ບໍລິສັດ ໂຊກໄຊ ຈະເລີນການຄ້າ ຈໍາກັດຜູ້ດຽວ ແມ່ນໄດ້ຜ່ານຂະບວນການປຶກສາຫາລື ແລະ ສຶກສາຄວາມເປັນໄປໄດ້ຕົວຈິງ, ບົນພື້ນຖານຄວາມເຫັນດີເປັນເອກະພາບຂອງສອງຝ່າຍ ໃນການຍົກສູງຄຸນນະພາບການຜະລິດ ລວມທັງການໃຫ້ບໍລິການໃນຮູບແບບ OEM ແລະ ສ້າງຕົວແທນຈໍາໜ່າຍທີ່ໄດ້ມາດຕະຖານ ເພື່ອຂະຫຍາຍການຜະລິດ ແລະ ຈັດຈໍາໜ່າຍຜະລິດຕະພັນກາເຟລາວ ຢູ່ຕະຫຼາດພາຍໃນ ແລະ ຕ່າງປະເທດ. ການຮ່ວມມືທາງຍຸດທະສາດຂອງສອງຝ່າຍໃນຄັ້ງນີ້ຈະປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ - ສັງຄົມຂອງປະເທດລາວ ເວົ້າລວມ, ເວົ້າສະເພາະກໍແມ່ນບັນດາແຂວງພາກໃຕ້ ຜ່ານການສ້າງມູນຄ່າເພີ່ມ ແລະ ຍົກລະດັບອຸດສາຫະກຳກາເຟລາວໃຫ້ໄດ້ຕາມມາດຕະຖານສາກົນ ດ້ວຍນະວັດຕະກຳ, ການບໍລິການ ແລະ ຜະລິດຕະພັນໃນຮູບແບບຕ່າງໆ ແນໃສ່ການປະກອບສ່ວນຢ່າງຕັ້ງໜ້າໃນວຽກງານສ້າງຄວາມເຂັ້ມແຂງທາງດ້ານເສດຖະກິດ ແລະ ການເງິນຂອງຊາດ.
ໃນໂອກາດນີ້, ບັນດາການນໍາລັດຖະບານທັງສູນກາງ ແລະ ທ້ອງຖິ່ນ, ກໍຄື ຄະນະຜູ້ບໍລິຫານທັງສອງຝ່າຍ ກໍຍັງໄດ້ຮຽກຮ້ອງໃຫ້ປະຊາຊົນລາວໃນຂອບເຂດທົ່ວປະເທດ ກໍຄືຄົນເຊື້ອຊາດລາວທີ່ຢູ່ຕ່າງປະເທດໃຫ້ຫັນມາຊົມໃຊ້ຜະລິດຕະພັນລາວ ໂດຍສະເພາະກາເຟຂອງລາວ ເຊິ່ງປັດຈຸບັນກໍມີຄຸນນະພາບບໍ່ໄດ້ໜ້ອຍໜ້າຜະລິດຕະພັນຊາດອື່ນໃດ.
---------------------------------------------
The Sokxay Group has become the sales representative of Dao Coffee after the two companies signed a contract to this effect on May 5.
The contract was signed in Vientiane, following a successful feasibility study on the establishment of a Dao Coffee sales representative which began last month.
The cooperation contract was signed by the Group’s President, Mr Sokxay Somchayneuk, and the CEO of Dao Coffee Co., Ltd., Mr Vannada Phomasthit, witnessed by the Champassak Governor, Dr Vilayvong Bouddakham; Minister of Industry and Commerce, Mr Malaythong Kommasith; Deputy Minister of Finance Mr Bounpone Vannachit, who also represented Dao Coffee shareholders; along with associated officials and other representatives of the two companies.
Dao Coffee is a high quality Lao coffee producer, using modern machinery and achieving international standards. The Dao Coffee brand is well-known not only in Laos but also in the overseas market.
The government recognises the importance of coffee growing to create jobs and earn income for coffee farmers, especially on the Bolaven Plateau, as well as the possibility of upgrading to the coffee processing industry and promoting it as a national coffee brand.
The Lao government took the step of buying shares in Dao Coffee and now is opening up cooperation with other private sectors, in order to set the company as a model of state enterprises that generate revenue to the state budget and promote the country's exports, earning foreign currency for Laos.
Mr Sokxay said the company has a lot of experience as the sales representative of international brands in Laos.
"We have Drop Points and express delivery, Sokxay Express, over 300 branches and over 3,000 dealer shops across the country and also partners overseas," he said.
"This business cooperation strategy aims to add value to the Lao coffee brand and strengthen the competitiveness of the brand in both the domestic and overseas markets," Mr Sokxay added.
The contract signing followed the feasibility study and the agreement of the two sides to upgrade production, providing Original Equipment Manufacturer (OEM) service, and establishing a standard sales representative in order to expand production and marketing.
This cooperation will be a part of the social and economic development of Laos by adding value to coffee while upgrading Laos’ coffee production to international standards.
During the contract signing ceremony, the government urged all Lao people, both in Laos and overseas, to buy and use Lao coffee products, as they are of high quality, have a special flavour, and conform to international standards.

Address

Vientiane

Opening Hours

Monday 08:30 - 17:30
Tuesday 08:30 - 17:30
Wednesday 08:30 - 17:30
Thursday 08:30 - 17:30
Friday 08:30 - 17:30

Website

Alerts

Be the first to know and let us send you an email when Dao Coffee & SokXay Distribution posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category