09/06/2026
ຢາກໄດ້ "ໃບແຈ້ງໂທດ" ຢູ່ຈີນ... ບໍ່ຕ້ອງບິນກັບເມືອບ້ານໃຫ້ເສຍເວລາ ແລະ ເສຍຄ່າປີ້ຍົນຟຣີໆເດີ້ເຈົ້າ! 🔓🇨🇳
ມີນັກຮຽນຫຼາຍຄົນເຂົ້າໃຈຜິດ ວ່າຕອນຈະຍື່ນທຶນຕໍ່ ປ.ຕີ/ປ.ໂທ ຫຼື ສະໝັກວຽກຢູ່ຈີນ ຖ້າຈຳເປັນຕ້ອງໃຊ້ ໃບເເຈ້ງໂທດ (Non-Criminal Record) ແມ່ນຕ້ອງໄດ້ກັບໄປເຮັດຢູ່ລາວ... ຄວາມຈິງຄື "ບໍ່ຈຳເປັນ" ເລີຍຈະ☺️
ມື້ນີ້ປ໊ອບປີ້ມາເເຊວິທີ່ທີ່ໃຊ້ໄດ້ທົ່ວປະເທດຈີນໃຫ້ຟັງ:
🔹 ເງື່ອນໄຂ: ເຮົາຕ້ອງຖືວີຊາ Residence Permit ແລະ ມີໄລຍະເວລາພັກເຊົາສະສົມໃນຈີນ 180 ວັນຂຶ້ນໄປ.
🔹 ວິທີເຮັດ: ກຽມແຕ່ Passport ສະບັບເເທ້ໄປຕິດຕໍ່ທີ່ ແຜນກຄົນເຂົ້າເມືອງ (出入境) ຂອງສະຖານີຕຳຫຼວດໃນເຂດ/ເມືອງທີ່ເຮົາຢູ່ ໄປຮອດກໍແຄ່ຂຽນຟອມ ແປັບດຽວກໍສຳເລັດແລ້ວ.
ອາທິດແລ້ວປ໊ອບປີ້ກໍຫາຊິພານ້ອງນັກຮຽນພາຍໃຕ້ການດູແລຂອງປ໋ອບປີ້ໄປເຮັດມາຄືກັນ ເພາະນ້ອງກຳລັງຈະຍື່ນທຶນຕໍ່ ປ.ຕີ ຢູ່ຈີນຕໍ່🇨🇳
💡 ມາຮຽນຕໍ່ຈີນກັບ ປ໋ອບປີ້ ບໍ່ໄດ້ເບິ່ງແຍງແຕ່ຕອນຍື່ນທຶນ... ແຕ່ເຮົາດູແລ ແລະ ເປັນທີ່ປຶກສາໃຫ້ຕະຫຼອດຮອດຕອນຢູ່ຈີນເລີຍ. ໃຜຢາກໄດ້ຂໍ້ມູນຕົງປົກແລະ ທີ່ປຶກສາທີ່ຈິງໃຈ ທັກມາລົມກັນໄດ້ຕະຫຼອດເລີຍເດີ້ເຈົ້າ! 📈✨
#ຮຽນຕໍ່ຈີນ #ທຶນຈີນ2026 #ລີວິວຈີນ #ນັກຮຽນລາວໃນຈີນ #ໃບແຈ້ງໂທດ