Veunkham Salt Company

Veunkham Salt Company Veun kham Salt Factory is located at Veun kham village 25km away from Vientiane city.We produce fine cooking salt in traditional Lao way.

ຊົມເຊີຍວັນກຳມະກອນສາກົນ
01/05/2026

ຊົມເຊີຍວັນກຳມະກອນສາກົນ

14/04/2026
🌸ເກືອເວີນຄຳເຊີນຊວນຊົມເຊີຍວັນແມ່ຍິງສາກົນ  🥰
08/03/2026

🌸ເກືອເວີນຄຳເຊີນຊວນຊົມເຊີຍວັນແມ່ຍິງສາກົນ 🥰

31/12/2025

ນ້ອງບຸນມີມາ Happy New Year ທຸກຄົນ!!!

ບໍລິສັດເກືອເວີນຄຳ ຮູ້ສຶກເປັນກຽດ ທີ່ໄດ້ຮັບໂອກາດເຂົ້າຮ່ວມໃນໂຄງການຕົວແບບສ້າງຄວາມເຂັ້ມແຂງດ້ານຜະລິດຕະພາບໃນການຢັ້ງຢືນມາດຕະຖານອ...
17/12/2025

ບໍລິສັດເກືອເວີນຄຳ ຮູ້ສຶກເປັນກຽດ ທີ່ໄດ້ຮັບໂອກາດເຂົ້າຮ່ວມໃນໂຄງການຕົວແບບສ້າງຄວາມເຂັ້ມແຂງດ້ານຜະລິດຕະພາບໃນການຢັ້ງຢືນມາດຕະຖານອາຫານ Halal ໃນ ສປປ ລາວ ຈັດຂຶ້ນ ໃນວັນທີ 13-15/11/25 ໂດຍ ກົມສົ່ງເສີມຈຸນວິສາຫະກິດຂະໜາດນ້ອຍ ແລະ ກາງ, ກະຊວງອຸດສະຫາກຳ ແລະ ການຄ້າ ແລະ ອົງການຜະລິດຕະພາບແຫ່ງ ອາຊີ (APO). ໃນໄລຍະ 5 ເດືອນທີ່ຜ່ານມາ, ທາງບໍລິສັດເຮົາໄດ້ຮັບຄຸນຄ່າມະຫາສານ ບໍ່ວ່າຈະເປັນຄວາມຮູ້, ການຍົກລະດັບ ການຜະລິດແບບຄຸນນະພາບສູງ ສະອາດ ແລະ ປອດໄພ ແລະ ຜະລິດຕະພາບໄດ້ແບບກ້າວກະໂດດ. ທາງເຮົາຢາກຂໍສະແດງຄວາມຂອບໃຈໃຫ້ແກ່ທັ້ງສາມພາກສ່ວນ.

#ເກືອເວີນຄຳ #ເກືອທຳມະຊາດ #ເກືອໄອໂອດິນ #ເກືອກາກວຽນ #ເກືອເວີນຄຳຄຽງຄູ່ຄົນລາວ

ໃນວັນທີ10/10/2025 ທີ່ຜ່ານມາພວກເຮົາຕ່າງໜ້າ ບໍລິສັດ ເກືອເວີນຄຳ ໄດ້ມີການຮ່ວມສົມທົບ ເຂົ້າສານອາຫານແຫ້ງເຄື່ອງນຸ່ງ  ນຳໜ່ວຍກູ້ໄພ...
23/10/2025

ໃນວັນທີ10/10/2025 ທີ່ຜ່ານມາພວກເຮົາຕ່າງໜ້າ ບໍລິສັດ ເກືອເວີນຄຳ ໄດ້ມີການຮ່ວມສົມທົບ ເຂົ້າສານອາຫານແຫ້ງເຄື່ອງນຸ່ງ ນຳໜ່ວຍກູ້ໄພຊ່ວຍເຫຼຶອ ແລະ ບັນເທົາທຸກ ເພື່ອນຳໄປຊ່ວຍພີ່ນ້ອງປະຊາຊົນ ແຂວງບໍລິຄຳໄຊ ທີ່ຖືກຜົນກະທົບຈາກໄພນໍ້າຖ້ວມ.

ຂໍໃຫ້ພີ່ນ້ອງປະຊາຊົນ ຜ່ານວິກິດນໍ້າຖ້ວມຄັ້ງນີ້ໄປໄດ້ໄວໆ.

ບໍລິສັດເກືອເວີນຄໍາ ພາຍໃຕ້ຍີ່ຫໍ້ "ກາກວຽນ" ໄດ້ພັດທະນາຄຸນນະພາບຢ່າງຕໍ່ເນື່ອງ ໂດຍນຳໃຊ້ເຕັກໂນໂລຊີທີ່ທັນສະໄໝຜະສົມກັບວິທີດັ້ງເດີ...
21/10/2025

ບໍລິສັດເກືອເວີນຄໍາ ພາຍໃຕ້ຍີ່ຫໍ້ "ກາກວຽນ" ໄດ້ພັດທະນາຄຸນນະພາບຢ່າງຕໍ່ເນື່ອງ ໂດຍນຳໃຊ້ເຕັກໂນໂລຊີທີ່ທັນສະໄໝຜະສົມກັບວິທີດັ້ງເດີມ ມີລະບົບເຮືອນຮົ່ມທີ່ໃຊ້ພະລັງງານຈາກແສງຕາເວັນເພື່ອຕາກເກືອ ແລະ ໄດ້ຮັບການຢັ້ງຢືນ GMP, ISO 9001:2015 ສົ່ງອອກໄປຍີ່ປຸ່ນ, ໃຕ້ຫວັນ, ເກົາຫຼີໃຕ້, ຫວຽດນາມ ແລະ ໄທ.

ທ່ານນາງ ບຸນທະວີ ຈຸນລະມະນີ ຜູ້ອໍານວຍການບໍລິສັດໄດ້ລາຍງານວ່າ: ບໍລິສັດສ້າງຕັ້ງປີ 1996 ຕັ້ງຢູ່ບ້ານສາມສະອາດ, ເມືອງໄຊທານີ ມີພະນັກງານ 108 ຄົນ ຜະລິດເກືອ 3 ປະເພດ: ເກືອຕົ້ມ, ເກືອຕາກແດດ ແລະ ເກືອສະໝູນໄພ ໂດຍໃຊ້ນໍ້າເຄັມຈາກໃຕ້ດິນເລິກ 150 ແມັດ. ທ້າຍປີນີ້ຈະໄດ້ຮັບການຢັ້ງຢືນມາດຕະຖານ Halal ເພື່ອເຂົ້າສູ່ຕະຫຼາດມຸສະລິມທົ່ວໂລກ. ປັດຈຸບັນຜະລິດໄດ້ 2,600-3,000 ໂຕນຕໍ່ປີ.

ຄວາມສຳເລັດມາຈາກວັດທະນະທຳອົງກອນທີ່ເຂັ້ມແຂງ (5S, Kaizen, PDCA) ການສະໜັບສະໜູນຂອງພັກ-ລັດ ແລະ ອົງການປົກຄອງນະຄອນຫຼວງ. ບໍລິສັດມີເປົ້າໝາຍສືບຕໍ່ຜະລິດເກືອຄຸນນະພາບສູງໃຫ້ປະຊາຊົນລາວບໍລິໂພກ ແລະ ສ້າງຊື່ສຽງໃຫ້ປະເທດຊາດໃນຕະຫຼາດສາກົນ.

#ເກືອເວີນຄຳ #ເກືອທຳມະຊາດ #ເກືອໄອໂອດິນ #ເກືອກາກວຽນ #ເກືອເວີນຄຳຄຽງຄູ່ຄົນລາວ

01/10/2025
01/10/2025

👏 ທ່ານ ນາງ ບຸນທະວີ ຈຸນລະມະນີ ຜູ້ອໍານວຍການ ບໍລິສັດ ເກືອເວີນຄໍາ ຈໍາກັດຜູ້ດຽວ ໄດ້ລາຍງານຕໍ່ກອງປະຊຸມໃຫຍ່ຜູ້ແທນ ອົງຄະນະພັກນະຄອນຫຼວງວຽງຈັນ ຄັ້ງທີ VIII ໃນຫົວຂໍ້: “ຕົວແບບການຜະລິດເກືອຄຸນນະພາບ ໄດ້ມາດຕະຖານສາກົນ ເພື່ອການສົ່ງອອກ” ວ່າ:

ບໍລິສັດ ເກືອເວີນຄໍາ ຈຳກັດຜູ້ດຽວ ສ້າງຕັ້ງຂຶ້ນໃນປີ 1996, ມີໂຮງງານຕັ້ງຢູ່ ບ້ານສາມສະອາດ ເມືອງໄຊທານີ ນະຄອນຫຼວງວຽງຈັນ, ມີພະນັກງານ-ກຳມະກອນ ທັງໝົດ 108 ຄົນ; ໃນເບື້ອງຕົ້ນການຜະລິດເກືອ ແມ່ນນໍາໃຊ້ນໍ້າເຄັມຈາກຊັ້ນໃຕ້ດິນ ໂດຍການເຈາະສ້າງບາດານໃນຄວາມເລິກປະມານ 150 ແມັດ, ນໍ້າເຄັມຖືກດູດຂຶ້ນມາ ເພື່ອຕົ້ມ ແລະ ຕາກແດດ, ການຕົ້ມເກືອ ແມ່ນໃຊ້ວິທີແບບປະຖົມປະຖານ ດັ້ງເດີມ ໂດຍນໍາໃຊ້ຖ່ານຫີນເປັນເຊື້ອເພີງ, ເຊິ່ງມີຜະລິດຕະພັນ 3 ປະເພດ ຄື: ເກືອຕົ້ມ, ເກືອຕາກແດດ ແລະ ເກືອສະໝຸນໄພ, ພາຍໃຕ້ເຄື່ອງໝາຍການຄ້າ “ກາກວຽນ” ຫຼັງຈາກນັ້ນ, ໄດ້ມີການປັບປຸງຄຸນນະພາບຢ່າງຕໍ່ເນື່ອງ ເປັນຕົ້ນ ໄດ້ສ້າງລະບົບເຮືອນຮົ່ມທີ່ໃຊ້ຄວາມຮ້ອນ ດ້ວຍພະລັງງງານແສງຕາເວັນ ເພື່ອຕາກເກືອ ແລະ ອົບເມັດເກືອໃຫ້ແຫ້ງໄວຂຶ້ນ, ນໍາໃຊ້ເຕັກໂນໂລຊີທີ່ທັນສະໄໝ ແຕ່ຍັງຄົງຮັກສາການຜະລິດແບບດັ້ງເດີມ ໃຫ້ໄດ້ຄຸນນະພາບ ແລະ ມາດຕະຖານສາກົນ ເຊິ່ງໄດ້ຮັບການຢັ້ງຢືນ GMP, ISO 9001:2015 ແລະ ສົ່ງອອກໄປຈຳໜ່າຍຢູ່ຫຼາຍປະເທດ ເຊັ່ນ: ຍີ່ປຸ່ນ, ໃຕ້ຫວັນ, ສ ເກົາຫຼີ, ຫວຽດນາມ ແລະ ໄທ. ປັດຈຸບັນ ບໍລິສັດ ສາມາດຜະລິດເກືອໄດ້ປະມານ 2.600-3.000 ໂຕນຕໍ່ປີ, ສ້າງລາຍຮັບ ແລະ ມອບພັນທະໃຫ້ແກ່ລັດໃນແຕ່ລະປີ.

ບໍລິສັດ ເກືອເວີນຄໍາ ໄດ້ປະສົບຜົນສໍາເລັດ ດ້ວຍປັດໄຈຫຼັກ 2 ປະການ ຄື: ມີວັດທະນະທໍາອົງກອນທີ່ສອດຄ່ອງ ແລະ ເຂັ້ມແຂງ, ເປັນອົງກອນທີ່ຮຽນຮູ້ ແລະ ພັດທະນາຢ່າງຕໍ່ເນື່ອງ (5S, Kaizen, PDCA...) ແລະ​ ໃນທ້າຍປີນີ້, ບໍລິສັດ ເກືອເວີນຄຳ ຈໍາກັດຜູ້ດຽວ ຈະໄດ້ຮັບການຢັ້ງຢືນ ມາດຕະຖານອາຫານຮາລາລ (Halal) ໃນໂຄງການສ້າງຄວາມເຂັ້ມແຂງດ້ານຜະລິດຕະພາບ ເຊິ່ງຈະສ້າງມາດຕະຖານໃໝ່ໃຫ້ແກ່ເກືອລາວ ເພື່ອກ້າວເຂົ້າສູ່ຕະຫຼາດໂລກ ເຂົ້າເຖິງພົນລະເມືອງຊາວມຸສະລິມ ທີ່ກວມເອົາປະມານ 1 ສ່ວນ 3 ຂອງພົນລະເມືອງໂລກ.

ທີ່ມາ: ໜສພ​ ກອງທັບ

Address

Vientiane

Opening Hours

Monday 08:00 - 17:00
Tuesday 08:00 - 17:00
Wednesday 08:00 - 17:00
Thursday 08:00 - 17:00
Friday 08:00 - 17:00

Alerts

Be the first to know and let us send you an email when Veunkham Salt Company posts news and promotions. Your email address will not be used for any other purpose, and you can unsubscribe at any time.

Share

Category