ໜ້າລາວ ໃຈລາວ ຈີງໃຈ Laos

ໜ້າລາວ ໃຈລາວ ຈີງໃຈ Laos ຫົວໃຈຂອງສັງຄົມ❤️‍🔥

👮🏽‍♂️ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ກວາດລ້າງກຸ່ມແກ້ງພະນັນອອນລາຍ ແລະ ສະແກມເມີຢູ່ບ້ານດົງໂພສີ ກັກຕົວໄດ້ 589 ຄົນ    -----+++00...
21/07/2026

👮🏽‍♂️ເຈົ້າໜ້າທີ່ປ້ອງກັນຄວາມສະຫງົບ ກວາດລ້າງກຸ່ມແກ້ງພະນັນອອນລາຍ ແລະ ສະແກມເມີຢູ່ບ້ານດົງໂພສີ ກັກຕົວໄດ້ 589 ຄົນ
-----+++000+++-----
ໃນເວລາ 10 ໂມງຂອງວັນທີ 18 ກໍລະກົດ 2026, ເຈົ້າໜ້າທີ່ໜ່ວຍສະເພາະກິດແກ້ໄຂບັນຫາສະແກມເມີ ກະຊວງປ້ອງກັນຄວາມສະຫງົບ ຮ່ວມກັບກຳລັງປ້ອງກັນເຄື່ອນທີ່ ໄດ້ເຂົ້າມ້າງກຸ່ມແກ້ງເປີດໃຫ້ບໍລິການເວັບພະນັນອອນລາຍ ແລະ ກຸ້ມແກ້ງສໍ້ໂກງຊັບທາງໂທລະຄົມ ແລະ ການສື່ສານ ຫຼື ແກ້ງສະແກມເມີ ຢູ່ຕຶກອາຄານໃຫ້ເຊົ່າເຂດບ້ານດົງໂພສີ ເມືອງຫາດຊາຍຟອງ ນະຄອນຫຼວງວຽງຈັນ ສາມາດກັກຕົວຜູ້ຖືກຫາໄດ້ 500 ກວ່າຄົນ ລວມມີ 4 ສັນຊາດ.
ການເຂົ້າມ້າງກຸ່ມແກ້ງເວັບພະນັນອອນລາຍ ແລະ ສະແກມເມີ ໃນຄັ້ງນີ້ສາມາມາດກັກຕົວຜູ້ຖືກຫາໄດ້ 589 ຄົນ ຍິງ 309 ຄົນ, ມີ 4 ສັນຊາດ; ໃນນີ້ ມີສັນຊາດໄທ ມີ 373 ຄົນ ຍິງ 198 ຄົນ, ລາວ 199 ຄົນ ຍິງ 105 ຄົນ, ຫວຽດນາມ 15 ຄົນ ຍິງ 4 ຄົນ ແລະ ສັນຊາດກຳປູເຈຍ ຍິງ 2 ຄົນ; ພ້ອມນີ້ຍັງໄດ້ຢຶດເຄື່ອງຂອງກາງມີ ຄອມພິວເຕີຕັ້ງໂຕະ 1.517 ໜ່ວຍ, ໂນດບຸກ 4.045 ໜ່ວຍ, ໂທລະສັບມືຖື 5.245 ໜ່ວຍ ເພື່ອນຳໄປກວດສອບ ແລະ ສືບສວນຂະຫຍາຍ.
ປັດຈຸບັນ, ເຈົ້າໜ້າທີ່ກໍາລັງດໍາເນີນການສືບສວນ-ສອບສວນ ເພື່ອຫາຫົວໂປ່ໂຕການ ແລະ ຜູ້ຮ່ວມຂະບວນການມາດໍາເນີນຄະດີຕາມລະບຽບກົດໝາຍ.
ໃນໂອກາດນີ້, ເຈົ້າໜ້າທີ່ຂໍສະແດງຄວາມຂອບໃຈຕໍ່ພໍ່ແມ່ປະຊາຊົນ ພົນລະເມືອງດີ ທີ່ໄດ້ແຈ້ງຂໍ້ມູນທີ່ເປັນປະໂຫຍດໃຫ້ເຈົ້າໜ້າທີ່ຈົນນຳໄປສູ່ການບຸກມ້າງຂະບວນການດັ່ງກ່າວໄດ້ຢ່າງຕໍ່ເນື່ອງ ແລະ ຂໍຮຽກຮ້ອງມາຍັງພໍ່ແມ່ປະຊາຊົນ ຈົ່ງພ້ອມກັນມີສະຕິໃນການໃຊ້ສື່ສັງຄົມອອນລາຍ ຢ່າຕົກເປັນເຫຍື່ອຂອງກຸ່ມແກ້ງສະແກມເມີ ແລະ ຢຸດຫຼິ້ນການພະນັນທຸກຮູບແບບ ໂດຍສະເພາະພະນັນອອນລາຍ ພ້ອມນັ້ນ ຖ້າຫາກທ່ານພົບເຫັນບຸກຄົນ, ກຸ່ມຄົນ ແລະ ສະຖານທີ່ ທີ່ສົງໄສເຄື່ອນໄຫວກະຜິດຕໍ່ກົດໝາຍ ໃຫ້ຮີບຮ້ອນແຈ້ງຕໍ່ເຈົ້າໜ້າທີ່ໂດຍດ່ວນ, ແຈ້ງເຂົ້າມາທາງເພຈຂອງພວກເຮົາ ຫຼື ເພຈກົມຕຳຫຼວດເສດຖະກິດ ຫຼື ແຈ້ງເຂົ້າສາຍດ່ວນ 1533 ໄດ້ຕະຫຼອດເວລາ.

ພາບ- ຂ່າວ:ຄໍາໂຖ

26/06/2026

ມື້ວານ ມີເງິນ 3 ແສນ
ແມງກະເບື້ອບິນຜ່ານໜ້າ
ມື້ນີ້ບໍ່ມີຮອດເງິນກິນເຂົ້າ
#ສູນແຮງຕອນນີ້ 😡🦋

ທຸກທ່ານຄິດເຫັນແນວໃດກັບຕຳຫຼວດລາວ👮🏻(ບາງຄົນ) ສະແດງຄວາມຄິດເຫັນ : ຮູ້ສຶກ  #ລາວ  #ลาว
20/05/2026

ທຸກທ່ານຄິດເຫັນແນວໃດກັບຕຳຫຼວດລາວ👮🏻
(ບາງຄົນ) ສະແດງຄວາມຄິດເຫັນ : ຮູ້ສຶກ
#ລາວ #ลาว

ບ່າວລາວສຸດອຳມະຫິດ ກໍ່ເຫດຄາຕະກຳແຟນສາວ ກ່ອນແຍກຊິ້ນສ່ວນອະໄວຍະວະໃສ່ຖົງດຳ 7 ຖົງ ກ່ອນນຳໄປຖິ້ມຢູ່ຄອງນ້ຳ ໃນຈັງຫວັດນົນທະບູລີ ປະເທ...
25/03/2026

ບ່າວລາວສຸດອຳມະຫິດ ກໍ່ເຫດຄາຕະກຳແຟນສາວ ກ່ອນແຍກຊິ້ນສ່ວນອະໄວຍະວະໃສ່ຖົງດຳ 7 ຖົງ ກ່ອນນຳໄປຖິ້ມຢູ່ຄອງນ້ຳ ໃນຈັງຫວັດນົນທະບູລີ ປະເທດໄທ ຫຼ້າສຸດຖືກຕຳຫຼວດຈັບຕົວໄດ້ແລ້ວ.

ອີງຕາມແຫຼ່ງຂ່າວ PPTV ແຫ່ງປະເທດໄທ ລາຍງານໃນວັນທີ 24 ມີນາ 2026 ນີ້ວ່າ: ເກີດເຫດການສຸດສະເທືອນຂວັນ ເມື່ອຊາຍໜຸ່ມຊາວລາວອາຍຸ 24 ປີ ກໍ່ເຫດຄາຕະກຳ ແຟນສາວ ແລ້ວແຍກຊິ້ນສ່ວນອະໄວຍະວະ ໃສ່ຖົງດຳ 7 ຖົງ ກ່ອນນຳໄປຖິ້ມຢູ່ບໍລິເວນຄອງນ້ຳປະປາປາກເກັດ ຈັງຫວັດນົນທະບູລີ ປະເທດໄທ ແລ້ວໄດ້ມີພົນລະເມືອງດີມາພົບເຫັນໃນເວລາຕໍ່ມາ.

ຕາມການລາຍງານຂອງເຈົ້າໜ້າທີ່ລະບຸວ່າ: ພາຍໃນຖົງພົບຊິ້ນສ່ວນ ແຂນ, ຂາ ແລະ ຫົວຖືກຫໍ່ດ້ວຍຜ້າແລ້ວຍັດໄວ້ໃນຖົງ ເຈົ້າໜ້າທີ່ຈຶ່ງໄດ້ເປີດປະຕິບັດການຕາມຫາຜູ້ກໍ່ເຫດ ຈົນຫຼ້າສຸດມີລາຍງານວ່າສາມາດຈັບຕົວຜູ້ກໍ່ເຫດໄດ້ ຢູ່ບໍລິເວນຈັງຫວັດໜອງຄາຍ ຂະນະກຳລັງຈະຫຼົບໜີກັບປະເທດ.

ຕາມການສືບສວນ-ສອບສວນ ເບື້ອງຕົ້ນຂອງເຈົ້າໜ້າທີ່ຈຶ່ງຮູ້ວ່າ: ຜູ້ກໍ່ເຫດຊື່ທ້າວ ຕ້ອມ, ອາຍຸ 24 ປີ. ສ່ວນຜູ້ເສຍຊີວິດ ຊື່ ແຮມ ອາຍຸ 20 ປີ ເປັນປະຊາຊົນລາວທັງ 2 ຄົນ. ສ່ວນສາເຫດຄາດວ່າເກີດຈາກການຜິດຖຽງກັນຈົນນຳມາສູ່ແຮງຈູງໃຈໃນການລົງມືຄາຕະກຳ,". ປັດຈຸບັນ ເຈົ້າໜ້າທີ່ນຳຕົວຜູ້ກໍ່ເຫດໄປດຳເນີນຄະດີຕາມລະບຽບກົດໝາຍຕໍ່ໄປ

ແພງພໍບໍ
24/03/2026

ແພງພໍບໍ

ຕອນແລງວັນທີ 22 ມີນາ 2026ຝົນ ແລະ ໝາກເຫັບຕົກ ນະຄອນຫລວງວຽງຈັນ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ເຮືອນຊານແລະລົດຂອງປະຊາຊົນ
22/03/2026

ຕອນແລງວັນທີ 22 ມີນາ 2026
ຝົນ ແລະ ໝາກເຫັບຕົກ ນະຄອນຫລວງວຽງຈັນ ເຊິ່ງສ້າງຄວາມເສຍຫາຍໃຫ້ແກ່ເຮືອນຊານແລະລົດຂອງປະຊາຊົນ

🇱🇦❤️🇹🇭
22/03/2026

🇱🇦❤️🇹🇭

ສາວລາວແຕ່ງງານກັບຄົນຈີນ ແລ້ວໄປຢູ່ຈີນນຳຜົວ ທັງແມ່ຍ່າແລະຜົວຫ້າມທຸກຢ່າງ ເມຍຊິກິນຫັຍງກະບໍ່ໃຫ້ກິນ ຊິແຕ່ງກິນກະວ່າເປືອງ,ເປີດນຳ້ຫ...
25/02/2026

ສາວລາວແຕ່ງງານກັບຄົນຈີນ ແລ້ວໄປຢູ່ຈີນນຳຜົວ ທັງແມ່ຍ່າແລະຜົວຫ້າມທຸກຢ່າງ ເມຍຊິກິນຫັຍງກະບໍ່ໃຫ້ກິນ ຊິແຕ່ງກິນກະວ່າເປືອງ,ເປີດນຳ້ຫລາຍກະບໍ່ໄດ້,ໄຕ້ໄຟກະຮ້າຍຢ້ານເປືອງ ຈັບໄມ້ໄລ່ຕີອີກ

31/01/2026

#เศร้า #ปวดใจ

ຄິດເຫັນແນວໃດ? ກັບເລື່ອງນ້ອງລາວຖືກລຸມຕີ
19/01/2026

ຄິດເຫັນແນວໃດ? ກັບເລື່ອງນ້ອງລາວຖືກລຸມຕີ

Address

Vientiane

Website

Alerts

Be the first to know and let us send you an email when ໜ້າລາວ ໃຈລາວ ຈີງໃຈ Laos posts news and promotions. Your email address will not be used for any other purpose, and you can unsubscribe at any time.

Shortcuts

Share

Category